ນັກສຶກສາສົງລາວ ວິທະຍາໄລສົງຊຽງຣາຍ
ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ
I.
ປະຫວັດແລະຄວາມເປັນມາຂອງຊົມຣົມນັກສຶກສາສົງລາວ
ນັບຕັ້ງແຕ່ອະດີດເປັນຕົ້ນມາໄດ້ມີພຣະສົງສາມະເນນລາວຈຳນວນຫຼວງຫຼາຍໄດ້ເຂົ້າມາສຶກສາຮ່ຳຮຽນແລະເຊື່ອມຕໍ່ລະດັບປະລິນຍາຕີ
ປະລິນຍາໂທ ແລະປະລິນຍາເອກ ໃນສະຖາບັນຂອງມະຫາວິທະຍາໄລຕ່າງ ໆ ໃນຣາຊອານາຈັກໄທ
ອີກທັ້ງຍັງເປັນແຫຼ່ງສຶກສາຮຽນຮູ້ຄຳພີພຣະໄຕຣປີດົກແລະນັກທັມ-ບາລີຊັ້ນປະໂຫຍກຕ່າງ ໆ
ທັ້ງທັງຝ່າຍສົງແລະຝ່າຍຄະລາວາດ
ສຳຫຼັບພຣະນິສິດນັກສຶກສາສົງລາວ ວິທະຍາໄລສົງຊຽງລາຍ
ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ ຈັງຫວັດຊຽງລາຍ
ກໍ່ມີພຣະສົງ-ສຳມະເນນລາວຈຳນວນໜຶ່ງໄດ້ເຂົ້າມາສຶກສາຮ່ຳຮຽນລະດັບປະລິນຍາຕີແລະປະລິນຍາໂທ
ນອກຈາກນັ້ນກໍ່ຍັງມີພຣະສົງ-ສຳມະເນນເຂົ້າມາພັກອາໄສເພື່ອສຶກສາພຣະທັມວິນັຍແລະເຂົ້າຮຽນໂຮງຮຽນພຣະປະຣິຍັຕິທັມແລະໂຮງຮຽນການສຶກສານອກລະບົບ
(ກ.ສ.ນ.) ທຽບເທົ່າລະດັບມັດຍົມຕົ້ນແລະມັດທະຍົມປາຍ
ທັ້ງນີ້ກໍ່ເພື່ອເປີດໂອກາດໃຫ້ແກ່ພຣະສົງ-ສຳມະເນນຜູ້ມີຄວາມປະສົງຢາກສຶກສາຮ່ຳຮຽນຕໍ່ໃນຣາຊອານາຈັກໄທ
ໂດຍໃຊ້ຫນັງສືຜ່ານແດນໃຫ້ຖືກຕ້ອງຕາມກົດໝາຍບ້ານເມືອງ.
ການທີ່ພຣະສົງ-ສຳມະເນນຈຳເປັນຕ້ອງເຂົ້າມາສຶກສາຮ່ຳຮຽນຢູ່ໃນປະເທດເພື່ອນບ້ານກໍ່ເນື່ອງຈາກວ່າບ້ານເມືອງເຮົາຍັງບໍ່ໄດ້ໃຫ້ການສະໜັບສະໜູນທາງດ້ານການສຶກສາຂອງພຣະສົງແລະສາມະເນນຢ່າງພຽງພໍຕໍ່ຄວາມຕ້ອງການ
ເຊັ່ນ ມະຫາວິທະຍາໄລສົງ ເປັນຕົ້ນ ດັ່ງນັ້ນເມື່ອພຣະສົງ-ສາມະເນນຮຽນຈົບຈາກມັດທະຍົມສົມບູນສົງຫຼືວິທະຍາໄລສົງຢູ່ລາວແລ້ວແລະມີເປົ້າໝາຍຢາກເຊື່ອມຕໍ່ລະດັບປະລິນຍາຕີຫຼືໂທທາງຝ່າຍສົງອີກ
ເຊິ່ງຈະມີມະຫາວິທະຍາໄລທີ່ເປັນຂອງພຣະສົງ ຈຳນວນ 2 ແຫ່ງ ເຊັ່ນ
ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ ແລະມະຫາວິທະຍາໄລມະຫາມະກຸດຣາຊວິທະຍາໄລ ທັ້ງໃນກຸງເທບມະຫານະຄອນ,
ປະລິມົນທົນ ແລະວິທະຍາເຂດຕ່າງ ໆ ໃນແຕ່ລະຈັງຫວັດທົ່ວປະເທດ
ເພື່ອໃຫ້ພຣະສົງສຳມະເນນທີ່ອາໄສຢູ່ເຂດຈັງຫວັດທີ່ໃກ້ຄຽງໄດ້ມີໂອກາດເຂົ້າມາສຶກສາຮ່ຳຮຽນໄດ້ສະດວກຍິ່ງຂື້ນ
ແລະພຣະສົງສາມະເນນລາວເຮົາກໍ່ເຊັ່ນກັນ ຜູ້ທີ່ອາໄສຢູ່ເມືອງ/ແຂວງຕ່າງໆ
ທີ່ຕິດກັບຊາຍແດນກໍ່ຈະມີໂອກາດເດີນທາງເຂົ້າມາສຶກສາຮ່ຳຮຽນແລກປ່ຽນຄວາມຮູ້ເສື່ອມຄວາມສັມພັນໄມຕຣີມິຕິພຣະພຸດທະສາສະໜາອັນດຽວກັນກັບປະເທດເພື່ອນບ້ານໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ.
ອີກປະການໜຶ່ງ ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ ເຊິ່ງຕັ້ງຢູ່ໃນໃຈກາງເມືອງຊຽງລາຍ
ແລະເປັນຈັງຫວັດທີ່ຢູ່ເໜືອສຸດຂອງປະເທດໄທ ອັນມີພູມລຳເນາທີ່ອຸດົມສົມບູນຄືກັບແຂວງພາກເໜືອຂອງລາວ
ໂດຍສະເພາະຈັງຫວັດຊຽງລາຍມີຊາຍແດນຕິດກັບແຂວງບໍ່ແກ້ວແລະຍັງຕິດກັບເມືອງທ່າຂີ້ເຫຼັກປະເທດພະມ້າຫຼືເຮົາເອີ້ນວ່າ
“ສາມຫຼ່ຽມທອງຄຳ” ຊຶ່ງເປັນໂອກາດອັນດີທີ່ພຣະສົງສາມະເນນຈາກສອງປະເທດສາມາດເດີນທາງເຂົ້າມາສຶກສາຮຽນຮູ້ໄດ້ຢ່າງສະດວກສະບາຍ
ດັ່ງນັ້ນ
ເມື່ອມີພຣະສົງສາມະເນນລາວເຮົາໄດ້ມາເຂົ້າສຶກສາຮ່ຳຮຽນເປັນຈຳນວນເພິ່ມຂື້ນໃນແຕ່ລະປິ ຈຶ່ງຕ້ອງມີການລວມຕົວເປັນກຸ່ມພຣະນິສິດລາວຂື້ນ
ແລະກາຍມາເປັນຊົມຣົມນັກສຶກສາສົງລາວຈົນເຖິງປັດຈຸບັນ
ນັບວ່າເປັນການລວມຕົວແລະສ້າງຄວາມສຳພັນລະຫວ່າງພຣະສົງສາມະເນນລາວດ້ວຍກັນ
ເພື່ອສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ບໍ່ວ່າຈະເປັນດ້ານເອກະສານການສຶກສາ
ດ້ານກິດຈະກຳແລະດູແລຄວາມເປັນລະບຽບຮຽບຮ້ອຍໃຫ້ກັບພຣະສົງສາມະເນນທີ່ຈະເຂົ້າມາໃຫມ່ອີກດ້ວຍ
II. ວັດຖຸປະສົງຂອງການຈັດຕັ້ງຊົມຣົມ
1. ເພື່ອເປັນຈຸດສູນລວມຂອງພຣະສົງສາມະເນນລາວທີ່ມາສຶກສາຢູ່ຊຽງລາຍ
2. ເພື່ອສົ່ງເສີມໃຫ້ພຣະສົງສາມະເນນມີຄວາມສາມັກຄີຊ່ວຍເຫຼືອກັນແລະກັນ
3. ເພື່ອເປັນບ່ອນປະສານງານແລະໃຫ້ຄຳປຶກສາເວລາພົບຂໍ້ຫຍຸ້ງຍາກຕ່າງ ໆ
4. ເພື່ອສົ່ງເສີມໃຫ້ພຣະສົງສາມະເນນໄດ້ເຮັດກິດຈະກຳຮ່ວມກັນເປັນທີມ
5. ເພື່ອຊ່ວຍເຫຼືອດ້ານເອກະສານການເດີນທາງແລະການສຶກສາຕ່າງ ໆ
6. ເພື່ອຈັດຫາວັດຫຼືທີ່ພັກອາໄສໃຫ້ພຣະສົງສາມະເນນທີ່ມາຢູ່ໃຫມ່
7. ເພື່ອສ້າງຄວາມສຳພັນໄມຕຣີມິຕິພຣະພຸດທະສາສະໜາຕໍ່ປະເທດເພື່ອນບ້ານ
III.
ລະບຽບການຈັດຕັ້ງຊົມຣົມພຣະນິສິດນັກສຶກສາສົງລາວວິທະຍາໄລສົງຊຽງລາຍ
2.1 ອິງຕາມມະຕິຕົງລົງເຫັນດີເປັນເອກະພາບຂອງພຣະນິສິດນັກສຶກສາສົງລາວ
ວ່າດ້ວຍການຈັດຕັ້ງຊົມຣົມນັກສຶກສາສົງລາວ ປະຈຳວິທະຍາໄລສົງຊຽງລາຍ ໃນວັນພະຫັດທີ່ 13 ກັນຍາ
2555 ເປັນຕົ້ນມາແລະໄດ້ມີມະຕິເຫັນດີເລືອກຕັ້ງເອົາ ພຣະສົມສັກ ສະມະຈິດໂຕ ເປັນປະທານຯ (2555-ປັດຈຸບັນ) ຕໍ່ຈາກ ພຣະອາຈານໄຊຍະພອນ ສີປັນຍາ ອະດີດ (ຜູ້ດູແລພຣະນັກສຶກສາສົງລາວ
ມ.ຈ.ຣ.ຫ້ອງຮຽນວັດພຣະແກ້ວ ຈັງຫວັດຊຽງລາຍ) 2550-2554
2.2 ມີການຈັດລະບຽບແບບແຜນໂຄງຮ່າງການຈັດຕັ້ງການບໍລິຫານສ່ວນງານຂອງພຣະນິສິດນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍໃນປີ
2555-ປັດຈຸບັນ ກໍ່ໄດ້ມີການຈັດຕັ້ງແລະແບ່ງຫນ້າທີ່ຮັບຜິດຊອບຂອງພຣະເນນແຕ່ລະອົງ/ຕົນ
ເພື່ອຊ່ວຍເຫຼືອຊຶ່ງກັນແລະກັນບໍ່ວ່າຈະເປັນການປະກອບເອກສານການສຶກສາ/ໜັງສືຜ່ານແດນແລະພາກສ່ວນກິດຈະກຳ
ເປັນຕົ້ນ
ພ້ອມກັນນັ້ນຍັງອຳນວຍຄວາມສະດວກໃຫ້ແກ່ພຣະສົງສຳມະເນນລຸ້ນນ້ອງທີ່ຕ້ອງການເຂົ້າມາສຶກສາຢູ່ວິທະຍາໄລສົງຊຽງລາຍໃນຕໍ່ໜ້າ
2.3 ຊົມຣົມນັກສຶກສາສົງລາວ ປະຈຳວິທະຍາໄລສົງຊຽງລາຍ ໄດ້ນຳເອົາກົດລະບຽບຕ່າງ ໆ
ຂອງຊົມຣົມນັກສຶກສາສົງລາວສ່ວນກາງແລະສ່ວນວິທະຍາເຂດຊຽງໃຫມ່ມາປັບປຸງໃຊ້ໃຫ້ສອດຄ່ອງກັບພາລະບົດບາດໜ້າທີ່ຂອງຊົມຣົມນັກສຶກສາສົງລາວຈັງຫວັດຊຽງລາຍ
ຕາມຂັ້ນເທິງວາງອອກ ເພື່ອຄວາມເປັນລະບຽບຮຽບຮ້ອຍແລະເປັນເອກະພາບກັນ
ເພື່ອໃຫ້ຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກແລະລັດ
ເພື່ອເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ກັນພາຍໃນໝູ່ຄະນະນັກສຶກສາກ່ຽວກັບຊີວິດການເປັນຢູ່ແລະເວລາພົບຂໍ້ຫຍຸ້ງຍາກຕ່າງ
ໆ
IV. ລະບຽບວ່າດ້ວຍຂໍ້ບັງຄັບການເລືອກຕັ້ງປະທານຊົມຣົມນັກສຶກສາສົງລາວ ຊຽງລາຍ
-ອີງຕາມມະຕິຕົງລົງເຫັນດີເປັນເອກະພາບຂອງສະມາຄົມນັກສຶກສາສົງລາວສ່ວນກາງແລະສະມາຄົມນັກສຶກສາສົງລາວຊຽງໃຫມ່ປະຈຳເຂດພາກເໜືອ
ໃຫ້ຄະນະພຣະນິສິດລາວທີ່ກຳລັງສຶກສາຢູ່ວິທະຍາໄລສົງຊຽງຣາຍ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ
ສາມາດເລືອກຕັ້ງຫຼືແຕ່ງຕັ້ງເອົາພຣະຫຼືເນນອົງໃດອົງໜຶ່ງຂື້ນເປັນຕົວແທນຊົມຣົມນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍ
ເພື່ອຈະໄດ້ດູແລກັນໃນເຂດພື້ນທີ່ໆຕົນປົກຄອງຢູ່ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,
ສາມາດດຳເນີນກິດຈະກຳ, ເກັບກຳສະຖິຕິ,ເອກະສານການສຶກສາ ແລະຂໍ້ມູນດ້ານຕ່າງ ໆ
ແລະຊ່ວຍເຫຼືອຊຶ່ງກັນແລະກັນໃນກາລຕ່າງ ໆ
ດັ່ງນັ້ນຈຶ່ງຕ້ອງໃຫ້ມີການເລືອກຕົວແທນຜູ້ໃດຜູ້ຫນຶ່ງທີ່ເຫັນວ່າມີຄຸນສົມບັດດີ
ມີຄວາມເສຍສະລະເພື່ອຊົມຣົມຈຶ່ງສົມຄວນໃຫ້ມີການຈັດຕັ້ງຊົມຣົມຂື້ນ
ໂດຍສັງກັດໃນສະມາຄົມນັກສຶກສາສົງລາວ ປະຈຳເຂດພາກເໜືອຊຽງໃຫມ່
- ການປະຕິບັດໜ້າທີ່ຂອງປະທານຊົມຣົມ ຮອງປະທານ ແລະຄະນະດູແລຝ່າຍຕ່າງ ໆ
ມີການກຳໜົດການເລືອກຕັ້ງແລະແຕ່ງຕັ້ງມີໜ້າທີ່ດັ່ງຕໍ່ໄປນີ້
ຂໍ້ (1)
ໃຫ້ພຣະນິສິດລາວວິທະຍາໄລສົງຊຽງຣາຍເລືອກຕັ້ງປະທານຊົມຣົມຄົນໃຫມ່ໄດ້
ທຸກ ໆ 2 ປີ/ຄັ້ງ
ຂໍ້ (2)
ຜູ້ເຂົ້າສະໝັກເລືອກຕັ້ງຫົວໜ້າຊົມຣົມຄົນໃຫມ່ຕ້ອງຮຽນຢູ່ປີ 1, 2 ແລະ 3
ເທົ່ານັ້ນ
ໂດຍບໍ່ຈຳກັດສາຂາວິຊາຮຽນ
ຂໍ້ (3)
ການເລືອກຕັ້ງປະທານຊົມຣົມຄົນໃຫມ່ແມ່ນກຳໜົດເອົາເລີ່ມແຕ່ວັນທີ່ 13
ກັນຍາຂອງທຸກໆ 2 ປີ
ພາຍໃນໄລຍະເວລາບໍ່ໃຫ້ເກີນ 15 ມື້
ຂໍ້ (4) ສຳຫຼັບການແຕ່ງຕັ້ງຄະນະດູແລດ້ານຕ່າງ ໆ
ແມ່ນໃຫ້ປະທານຊົມຣົມຄົນໃຫມ່
ເປັນຜູ້ຊີ້ແຈງແລະມອບໜ້າທີ່ຮັບຜິດຊອບໃຫ້ຕາມຄວາມເໝາະສົມກັບງານ
ຂໍ້ (5) ຄະນະດູແລຝ່າຍຕ່າງ ໆ
ສາມາດສະເໜີແລະຍົກຍ້າຍໜ້າທີ່ຮັບຜິດຊອບຂອງ
ຕົນໄດ້ໃນຂະນະທີ່ມີເຫດຈຳເປັນຕ້ອງປ່ຽນ
ຂໍ້ (6)
ຂະນະທີ່ປະທານຊົມຣົມຄົນໃຫມ່ກຳລັງດຳລົງຕຳແໜ່ງກໍ່ຕ້ອງສານຕໍ່ນະໂຍບາຍ
ເກົ່າແລະສະເໜີນະໂຍບາຍໃຫມ່ ເພື່ອໃຫ້ຄະນະພຣະນິສິດລາວໄດ້ຮັບຮູ້ຮັບຊາບ
ຂໍ້ (7) ພຣະນິສິດນັກສຶກສາສົງລາວທຸກຄົນຕ້ອງພ້ອມພຽງຮຽງໜ້າກັນ
ບໍ່ວ່າຈະມີການ
ປະຊຸມຫຼືເຮັດກິດຈະກຳຕ່າງ
ໆ
ຂໍ້ (8)
ຊົມຣົມນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍຈະຕ້ອງມີການສະຫຼຸບ
ລາຍງານປະຈຳປີການສຶກສາຂອງທຸກໆປີໃຫ້ຮູ້ເຖິງ
ດ້ານດີ ດ້ານອ່ອນ
ຂໍ້ຄົງຄ້າງ ເພື່ອນຳໄປປັບປຸງແກ້ໄຂໃນປີຖັດໄປ
(ສຳຫຼັບວັນເວລາປະທານຊົມຣົມ
ເປັນຜູ້ກຳໜົດ ຕາມຄວາມເໝາະສົມ)
ຂໍ້ (9) ປະທານທີ່ປຶກສາແລະຄະນະກຳມະການສາມາດດຳລົງຕຳແໜ່ງໄດ້ຕະຫຼອດໄປ
ຍົກເວັ້ນມີເຫດຈຳເປັນຕ້ອງຍ້າຍໄປຢູ່ທີ່ອື່ນຫຼືລາສິກຂາອອກໄປ
ຂໍ້
(10)ຄະນະກຳມະການທີ່ປຶກສາມີໜ້າທີ່ເປັນກຳມະການເລືອກຕັ້ງປະທານຊົມຣົມ
ຂໍ້ (11) ລະບຽບວ່າດ້ວຍການເລືອກຕັ້ງປະທານແລະແຕ່ງຕັ້ງຄະນະຜູ້ບໍລິຫານຊົມຣົມ
ນັກສຶກສາສົງລາວຊຽງລາຍ ຕາມຂ້າງເທິງນີ້ຈະມີຜົນສັກສິດແລະບັງຄັບໃຊ້ໄດ້
ນັບຕັ້ງແຕ່ວັນທີ່ປະທານຊົມຣົມລົງນາມເປັນຕົ້ນໄປ
ທີ່
ວິທະຍາໄລສົງຊຽງລາຍ ອຳເພີເມືອງ ຈັງຫວັດຊຽງລາຍ
ລົງວັນທີ່
15 ເດືອນກັນຍາ ພ.ສ.2555
(ລົງຊື່)...........................................
(ພຣະສົມສັກ
ສະມະຈິດໂຕ)
ປະທານຊົມຣົມນັກສຶກສາສົງລາວ
ມຈຣ.ວິທະຍາໄລສົງຊຽງລາຍ
I. V. ລະບຽບວ່າດ້ວຍສິດທິແລະຫນ້າທີ່ການບໍລິຫານງານຊົມຣົມນັກສຶກສາສົງລາວ
ສະບັບແກ້ໄຂເພີ່ມເຕີມ ວັນທີ່ 15 ກັນຍາ ພ.ສ.2556
ເພື່ອໃຫ້ການດຳເນີນງານຂອງຄະນະກຳມະການບໍລິຫານຊົມຣົມນັກສຶກສາສົງລາວຊຽງລາຍ
ໃນຣາຊອານາຈັກໄທ ລຸ້ນທີ່ 1 ປະຈຳປີ ພ.ສ.2555-2557
ເປັນໄປດ້ວຍຄວາມຮຽບຮ້ອຍຕາມວັດຖຸປະສົງຂອງຊົມຣົມ
- ອາໄສຕາມກົດລະບຽບຂອງສະມາຄົມນັກສຶກສົງລາວວ່າດ້ວຍການຄຸ້ມຄອງນັກຮຽນນັກສຶກສາແລະຜູ້ປະຕິບັດສາສະນະກິດໃນຣາຊອານາຈັກໄທ
ກຳໜົດໂດຍເອກອັກຄະລັດຖະທູດ ສປປ.ລາວ ປະຈຳບາງກອກ ປະເທດໄທ ເລກທີ່ 090/ສລບ.ກຂສ. ວັນທີ່
13/5/1995.
- ອາໄສຕາມລະບຽບວ່າດ້ວຍການເລືອກຕັ້ງຄະນະກຳມະການບໍລິຫານ ຂໍ້ທີ່ 8,9,10 ໝວດທີ່ 1
ແລະ 4
- ອາໄສຕາມມະຕິຕົກລົງຂອງການປະຊຸມຊົມຣົມນັກສຶກສາສົງລາວຊຽງລາຍ ວັນທີ່ 13 ກັນຍາ
2555 ທີ່ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊວິທະຍາໄລ ອຳເພີເມືອງ
ຈັງຫວັດຊຽງລາຍ
ມີມະຕິເຫັນຊອບທີ່ຈະພ້ອມພຽງກັນປະຕິບັດໜ້າທີ່ການບໍລິຫານງານຊົມຣົມນັກສຶກສາສົງລາວຊຽງລາຍດ້ວຍຄວາມສາມັກຄີແລະເສຍສະຫຼະເພື່ອໃຫ້ບັນລຸຕາມວັດຖຸປະສົງດຳເນີນໄປດ້ວຍດີ
ດັ່ງນັ້ນ
ຄະນະຊົມຣົມນັກສຶກສາສົງລາວຊຽງລາຍຈຶ່ງໄດ້ຈັດແບ່ງລະບຽບສິດທິແລະຫນ້າທີ່ການບໍລິຫານງານຊົມຣົມ
ປະກອບດ້ວຍກັນດັ່ງຕໍ່ໄປນີ້:
1. ຄະນະກຳມະການທີ່ປຶກສາ
- ເປັນປະທານໃນການປະຊຸມ
- ຮັບຜິດຊອບໃນການດຳເນີນງານຂອງການປະຊຸມປະຈຳປີ
- ຮັບຜິດຊອບໃນການຮັກສາໄວ້ຊຶ່ງຄວາມເປັນລະບຽບຮຽບຮ້ອຍໃນທີ່ປະຊຸມ
- ໃຫ້ຄຳປຶກສາແລະຂໍ້ສະເໜີຕ່າງ ໆ ແກ່ຄະນະຜູ້ບໍລິຫານຊົມຣົມ
2.ປະທານຊົມຣົມ
- ຮັບຜິດຊອບແລະຊີ້ນຳລວມ ລົງເລິກກ່ຽວກັບການຈັດຕັ້ງປະຕິບັດ
ຕາມລະບຽບຂອງສະມາຄົມສູນກາງວາງອອກ
- ມີສິດຕິດຕໍ່ສື່ສານກັບບຸກຄົນໃນອົງກອນແລະນອກອົງການຈັດຕັ້ງຕ່າງ ໆ
ທີ່ເຫັນວ່າດີແລະມີປະໂຫຍດແກ່ຊົມຣົມ
- ກຳໜົດວາລະແລະລະບຽບຂອງການປະຊຸມ
- ຊີ້ນຳແນວທາງການບໍລິຫານງານຂອງຊົມຣົມຮ່ວມກັບຄະນະບໍລິຫານແຕ່ລະຝ່າຍໃຫ້ສອດຄ່ອງກັບນະໂຍບາຍແລະວັດຖຸປະສົງຂອງຊົມຣົມ
- ແຕ່ງຕັ້ງຖອດຖອນຄະນະບໍລິຫານງານຊົມຣົມແຕ່ລະຝ່າຍໄດ້ຕາມຄວາມ ເໝາະສົມຫຼືຕາມຄຳສະເໜີຂອງສະມາຊິກ
- ມີອຳນາດຕັດສິນຊີ້ຂາດແລະໃຫ້ຄວາມຍຸຕິທັມໃນເລື່ອງຕ່າງ ໆ ແລະໃນເມື່ອປະຊຸມມີຄວາມຄິດເຫັນຂັດແຍ້ງກັນຈົນຫາຢຸດຕິບໍ່ໄດ້
3. ຮອງປະທານຜູ້ທີ່ 1
- ຮັບຜິດຊອບວຽກງານລວມດ້ານການປກຄອງຂອງຊົມຣົມ
ຕິດຕາມດູແລງານດ້ານເອກະສານວີຊ່າແລະເອກະສານຂາເຂົ້າ-ຂາອອກຢ່າງໃກ້ຊິດ
- ດຳເນີນງານຕາມທີ່ປະທານມອບໝາຍໃຫ້ແລ້ວແຕ່ກໍລະນີຈຳເປັນກໍ່ໃຫ້ປະຕິບັດໜ້າທີ່ແທນໄດ້
- ສາມາດປະຕິດບັດໜ້າທີ່ແທນໃນກໍລະນີທີ່ປະທານຊົມຣົມບໍ່ສາມາດປະຕິບັດງານໄດ້ຫຼືເດີນທາງໄປຕ່າງຖິ່ນ
- ມີສິດຕັດສິນຕ່າງ ໆ ຕາມເຫດຜົນທີ່ເໝາະສົມແລະເປັນປະໂຫຍດຕໍ່ຊົມຣົມ
4. ຮອງປະທານຜູ້ທີ່ 2
- ຮັບຜິດຊອບວຽກງານລວມດ້ານການສຶກສາຂອງຊົມຣົມ
ຕິດຕາມດູແລກວດສອບການສຶກສາແລະຂື້ນທະບຽນນັກສຶກສາ
- ຊີ້ນຳດູແລງານຝ່າຍກິດຈະກຳແລະການເຄື່ອນໄຫວນອກຫຼັກສູດ
- ຊີ້ນຳດູແລງານຝ່າຍປະຊາສຳພັນແລະວຽກງານເຜີຍແຜ່
- ຊີ້ນຳການຕິດຕໍ່ປະສານງານກັບມະຫາວິທະຍາໄລວິທະຍາເຂດຫຼືສະຖາບັນຕ່າງ ໆ
ທີ່ມີພຣະນິສິດລາວອາໄສຢູ່
5. ເລຂານຸການ
- ດຳເນີນງານຕາມທີ່ປະທານຊົມຣົມມອບໝາຍໃຫ້
- ເກັບກຳສະຖິຕິຂອງສະມາຊິກຊົມຣົມທຸກຢ່າງ
- ຈັດລະບຽບວາລະການປະຊຸມທຸກຄັ້ງ
- ບັນທຶກການປະຊຸມແລະສະຫຼຸບການເຄື່ອນໄຫວວຽກງານທຸກຄັ້ງ
- ຕ້ອງທຳງານກັບຜູ້ບໍລິຫານຊົມຣົມທຸກຝ່າຍເພື່ອນຳສະເໜີງານໃຫ້ປະທານຊາບ
6. ຝ່າຍວິຊາການ
- ຕິດຕາມກວດສອບຄະແນນ (ເກຣດ)
ລົງເລິກດ້ານການສຶກສາແລະປະເມີນຜົນການຮຽນຂອງສະມາຊິກທຸກຄົນ ແລ້ວນຳສະເໜີທີ່ປະຊຸມຕໍ່ຄະນະບໍລິຫານ
- ໃຫ້ຄຳແນະນຳແລະປຶກສາກ່ຽວກັບການຮຽນແກ່ສະມາຊິກທີ່ຍັງບໍ່ເຂົ້າໃຈ
- ຕິດຕໍ່ປະສານງານເລື່ອງທຶນການສຶກສາຈາກຊົມຣົມວິທະຍາເຂດຫຼືອົງການຈັດຕັ້ງອື່ນ ໆ
ທີ່ກ່ຽວຂ້ອງເພື່ອຊ່ວຍເຫຼືອສະມາຊິກທີ່ຂາດແຄນປັດໄຈ
- ເກັບກຳຂໍ້ມູນຕາຕະລາງຮຽນ, ເອກະສານການຮຽນການສອນ, ການສອບເສັງ ແລະວາງແຜນຈັດກິດຈະກຳເສີມຫລັກສູດໃຫ້ແກ່ສະມາຊິກຮຽນຮູ້ເພີ່ມເຕີມ
7. ຝ່າຍກິດຈະກໍາ
- ຈັດກຽມສະຖານທີ່ເພື່ອຈັດກິດຈະກຳຕ່າງ ໆ ຂອງຊົມຣົມ
- ກຳໜົດແລະຈັດກຽມພິທີກຳທີ່ຈະຕ້ອງເຮັດໃນງານນັ້ນ ໆ
- ຈັດກຽມເຄື່ອງສັກກາລະໃນງານພິທີກຳຕ່າງ ໆ
- ຈັດເກັບວັດສະດຸ ອຸປະກອນໃນການຈັດກິດຈະກຳທຸກຄັ້ງ
8. ຝ່າຍບັນຊີການເງິນ
- ຈັດເກັບຮັກສາເງິນຂອງຊົມຣົມ
- ເຮັດບັນຊີລາຍຮັບ-ລາຍຈ່າຍຂອງຊົມຣົມ
- ໃຊ້ເງິນທຸກຄັ້ງຕ້ອງໄດ້ຮັບຄວາມເຫັນຊອບຂອງປະທານຊົມຣົມຫຼືຮອງປະທານທັ້ງສອງເສີຍກອນ
- ກໍລະນີທີ່ສະມາຊິກຕ້ອງການຄວາມຊ່ວຍເຫຼືອຕ້ອງໄດ້ຮັບຄວາມເຫັນຊອບ
ຈາກຄະນະກຳມະການບໍລິຫານຊົມຣົມ ຖ້າດ່ວນຕ້ອງແຈ້ງໃຫ້ປະທານຊາບ
- ສະຫຼຸບບັນຊີປະຈຳເດືອນ, ປະຈຳພາກຮຽນ ແລະປະຈຳປີ
ແລ້ວນຳສະເໜີຜົນລາຍຮັບລາຍຈ່າຍເຂົ້າທີ່ປະຊຸມ
9. ຝ່າຍປະຊາສຳພັນ
- ຮັບຜິດຊອບການຕິດຕໍ່ປະສານງານກັບສະມາຄົມລາວສູນກາງກຸງເທບແລະຊຽງໃຫມ່ຫຼືໜ່ວຍງານຕ່າງ
ໆ ທີ່ກ່ຽວຂ້ອງກັບຊົມຣົມ
- ທຳໜ້າທີ່ພີທີກອນປະຈຳຊົມຣົມ ນຳສະເໜີຂໍ້ມູນຕ່າງ ໆ ທີ່ເປັນປະໂຫຍດຕໍ່ຊົມຣົມນັກສຶກສາສົງລາວຊຽງລາຍ
- ຮັບຜິດຊອບດູແລເວັປໄຊ້ແລະເຟສບຸກກຸ່ມເພື່ອເຜີຍແຜ່ຂໍ້ມູນຂ່າວສານຮູບພາບກິດຈະກຳຂອງຊົມຣົມ
- ຮັບຜິດຊອບດູແລການໂທລະສັບແຈ້ງການປະຊຸມແລະທຸກຄັ້ງທີ່ມີການເຄື່ອນໄຫວກິດຈະກຳຊົມຣົມ
10. ຝ່າຍຈັດສະຖານທີ່
- ຮັບຜິດຊອບການຈັດຫາທີ່ພັກ (ວັດ) ໃຫ້ພຣະນິສິດລຸ້ນນ້ອງ
- ທຸກຄັ້ງທີ່ເພື່ອນສະມາຊິກຕ້ອງການຍ້າຍວັດຕ້ອງເຫັນຊອບຈາກປະທານຊົມຣົມກ່ອນຫຼືຮອງປະທານ
- ດູແລຄວາມເປັນລະບຽບຮຽບຮ້ອຍຂອງສະມາຊິກທຸກຄົນ
ຖ້າເຫັນພຶດຕິກຳບໍ່ດີບໍ່ງາມຕ້ອງແຈ້ງໃຫ້ປະທານຫຼືຮອງປະທານຊາບດ່ວນ
ໜັງສືແຕ່ງຕັ້ງມອບໝາຍໜ້າທີ່ຮັບຜິດຊອບສະບັບນີ້
ມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ່ປະທານຊົມຣົມລົງນາມແຕ່ງຕັ້ງເປັນຕົ້ນໄປ
ທີ່ ວິທະຍາໄລສົງຊຽງລາຍ ອຳເພີເມືອງ
ຈັງຫວັດຊຽງລາຍ
(ລົງຊື່)...........................................
(ພຣະສົມສັກ
ສະມະຈິດໂຕ)
ປະທານຊົມຣົມນັກສຶກສາສົງລາວ
I.
ສະຖິຕິພຣະສົງສໍາມະເນນລາວຊຽງລາຍ
ລວມຈຳນວນພຣະສົງສາມະເນນລາວຊຽງລາຍທັ້ງໝົດ
ປະຈຳປີພຸດທະສັກກະຣາຊ 2557-2558
ລ/ດ
|
ສະຖານສຶກສາ
|
ຈຳນວນ
|
ອົງ/ຕົນ
|
ໝາຍເຫດ
|
1.
|
ກໍາລັງສຶກສາຢູ່ວິທະຍາໄລສົງຊຽງລາຍ
|
9
|
ອົງ/ຕົນ
|
|
2.
|
ກໍາລັງປະຕິບັດສາສະນະກິດ
|
2
|
ອົງ
|
|
3.
|
ກໍາລັງຮຽນນັກທັມ-ບາລີ
|
2
|
ອົງ
|
|
4.
|
ຮຽນປະຣິຍັດແລະກສນ.
|
9
|
ຕົນ
|
|
5.
|
ຈໍາພັນສາປະຕິບັດສາສະນະກິດ
|
1
|
ອົງ
|
|
6.
|
ພຣະນິສິດລຸ້ນອ້າຍ
(ກຳມະການຊົມຣົມ)
|
1
|
ອົງ
|
|
ລວມທັງໝົດ
|
24
|
ອົງ/ຕົນ
|
II. ເອກະສານການສຶກສາຕ່າງ ໆ ກ່ອນເຂົ້າຮຽນວິທະຍາໄລສົງຊຽງລາຍ

Application
For Bachelor Degree Entrance Examination
1.)
ສຳເນົາທະບຽນບ້ານ 1 ຊຸດ
2.)
ສຳເນົາຫນັງສືເດີນທາງ (passport) 1 ຊຸດ
3.)
ສຳເນົາຫນັງສືສຸດທິ 1 ຊຸດ
4.)
ສຳເນົາສະແດງຜົນການສຶກສາ (ໃບຄະແນນຈົບຊັ້ນ) 2 ຊຸດ
5.)
ສຳເນົາໃບປະກາສະນີຍະບັດ ມ.ປາຍ / ທັມມະສຶກສາ 2 ຊຸດ
6.)
ຮູບຖ່າຍ 1 ນິ້ວເຄິງ
2 ໃບ
7.)
ອື່ນໆ....ຖ້າມີ

1. ຄະນະພຸທທະສາດ Faculty of Buddhism
-
ສາຂາວິຊາ: ພຣະພຸດທະສາສະຫນາ Buddhism
Program
-
ເອກ: ພຣະພຸດທະສາສະຫນາ Buddhism
Major
2. ຄະນະສັງຄົມສາດ Faculty of Social Science
-
ສາຂາວິຊາ:ລັດທະປະສາສະນະສາດ Political
Science Program
-
ເອກ: ບໍລິຫານລັດທະກິດ Public
Management Major
3. ຄະນະຄຣຸສາດ Faculty of Education
-
ສາຂາວິຊາ: ພາສາອັງກິດ EnglishProgram
-
ເອກ: ການສອນພາສາອັງກິດ English
Teaching Major
4.
ຄະນະມະນຸດສາດ Faculty of Humanity
-
ສາຂາວິຊາ: ພາສາອັງກິດ English
Program
-
ເອກ: ພາສາອັງກິດ English
Major

To
Change Non-Immigrant Visa
1.
ຫນັງສື ຂໍປ່ຽນຕຣວດລົງຕຣາປະເພດ
Visa ຈຳນວນ 1 ສະບັບ
2.
ຫນັງສືຮັບຮອງຄວາມເປັນນິສິດ ຈຳນວນ 1 ສະບັບ
3.
ຫນັງສື
ຂໍອະນຸຍາດປ່ຽນປະເພດວີຊ່າຈາກສຳນັກພຸດ ຈຳນວນ 1 ສະບັບ
4.
ຫນັງສືຮັບຮອງຈາກວັດ ຈຳນວນ 1 ສະບັບ
5.
ສຳເນົາຫນັງສືເດີນທາງ ຈຳນວນ 1 ຊຸດ
6.
ສຳເນົາຫລັກຖານທາງການສຶກສາ ຈຳນວນ 1 ຊຸດ
7.
ສຳເນົາໜັງສືສຸດທິ ຈຳນວນ 1 ຊຸດ
8.
ຫນັງສືສຸດທິແປ ຈຳນວນ 1 ຊຸດ
ໝາຍເຫດ:
- ຫລັງຈາກຜູ້ກ່ຽວໄດ້ດຳເນີນການເອກະສານ Non-Immigrant Visa ຮຽບຮ້ອຍແລ້ວຈະຕ້ອງເອົາເອກສານເຫລົ່ານີ້ໄປຍື່ນທີ່ກົງສູນໄທປະຈຳບາງກອກ
(ຖະໜົນແຈ້ງວັດທະນະ)
- ຄ່າເຮັດເອກສານຂໍປ່ຽນລົງຕາປະເພດວີຊ່າ 2,000 ບາດ
(ຈ່າຍຄັ້ງດຽວ)

DOCUMENT TO NOTIFY OF NON-IMMIGRANT
VISA ONE’S A YEAR
ໝາຍເຫດ:
ປັດຈຸບັນດ່ານສາກົນຈັງຫວັດຊຽງລາຍ-ແຂວງບໍ່ແກ້ວມີຢູ່
2 ແຫ່ງຄື:
-
ດ່ານຫ້ວຍຊາຍ - ຊຽງຂອງ
-
ດ່ານເມືອງຕົ້ນເຜິ້ງ
(ສາມຫຼ່ຽມທອງຄຳ) - ອຳເພີຊຽງແສນ

DOCUMENT TO NOTIFY VISA OF STAYING
90 DAYS
ການໄປແຈ້ງວີຊ່າ 90 ວັນ ນັ້ນ ແມ່ນບໍ່ຕ້ອງມີເອກະສານໃດແນບໄປດ້ວຍ ພຽງແຕ່ແຈ້ງ Passport
ເພື່ອໃຫ້ເຈົ້າໜ້າທີ່ທາງ ຕ.ມ.
ຮັບຮູ້ວ່າຕົນຍັງຢູ່ໃນປະເທດຖືກຕ້ອງຕາມກົດໝາຍ
ໝາຍເຫດ: -ການແຈ້ງວີຊ່າ 90 ວັນ
ແມ່ນບໍ່ມີຄ່າໃຊ້ຈ່າຍໃດທັ້ງສິ້ນ
- ຖ່າຍສຳເນົາເອກະສານPassport ໄປຍື່ນເຈົ້າໜ້າທີ່ ຕມ.ໃນອຳເພີທີ່ຕົນສັງກັດຢູ່
III. ສະພາບລວມໂດຍຫຍໍ້ຂອງຊົມຣົມນັກສຶກສາສົງລາວຊຽງລາຍ
1)
ຄະນະບໍລິຫານງານຊົມຣົມນັກສຶກສາສົງລາວໄດ້ເຕົ້າໂຮມນໍາພາສະມາຊິກຈັດທໍາກິດຈະກຳຢູ່ສະເໝີ
ເພື່ອສົ່ງເສີມທັກສະຄວາມຮູ້ນອກຫລັກສູດໃຫ້ມີປະສົບການຫລາຍຂື້ນ
2) ຕິດຕໍ່ປະສານງານກັບວິທະຍາເຂດຕ່າງ ໆ ປະຊຸມຮ່ວມກັນປີລະ 1 ຄັ້ງຢ່າງໜ້ອຍ
ເພື່ອຮ່ວມກັນວາງແຜນແກ້ໄຂບັນຫາທີ່ຂາດຕົກບົກພ່ອງຂອງນັກສຶກສາສົງລາວ,
ບັນຫາໜັງສືເດີນທາງ, ບັນຫາການສຶກສາ ແລະບັນຫານັກສຶກສາສົງລາວເຂົ້າມາສຶກສາໃໝ່ ໂດຍທາງຄະນະກຳມະການບໍລິຫານຊົມຣົມນັກສຶກສາສົງລາວໄດ້ຮ່ວມກັນແກ້ໄຂບັນຫາເຫຼົ່ານັ້ນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຕາມກົດລະບຽບຂອງມະຫາວິທະຍາໄລແລະກົດໝາຍບ້ານເມືອງວາງອອກ
3) ມີການຈັດລະບຽບແບບແຜນໂຄງຮ່າງການຈັດຕັ້ງການບໍລິຫານສ່ວນງານຂອງພຣະນິສິດນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍໃນປີ
2555-ປັດຈຸບັນ ກໍ່ໄດ້ມີການຈັດຕັ້ງແລະແບ່ງຫນ້າທີ່ຮັບຜິດຊອບຂອງພຣະເນນແຕ່ລະອົງ/ຕົນ
ເພື່ອຊ່ວຍເຫຼືອຊຶ່ງກັນແລະກັນບໍ່ວ່າຈະເປັນການປະກອບເອກສານການສຶກສາ/ໜັງສືຜ່ານແດນແລະພາກສ່ວນກິດຈະກຳ
ເປັນຕົ້ນ
ພ້ອມກັນນັ້ນຍັງອຳນວຍຄວາມສະດວກໃຫ້ແກ່ພຣະສົງສຳມະເນນລຸ້ນນ້ອງທີ່ຕ້ອງການເຂົ້າມາສຶກສາຢູ່ວິທະຍາໄລສົງຊຽງລາຍໃນຕໍ່ໜ້າ
4) ຊົມຣົມນັກສຶກສາສົງລາວ ປະຈຳວິທະຍາໄລສົງຊຽງລາຍ ໄດ້ນຳເອົາກົດລະບຽບຕ່າງ ໆ
ຂອງຊົມຣົມນັກສຶກສາສົງລາວສ່ວນກາງແລະສ່ວນວິທະຍາເຂດຊຽງໃຫມ່ມາປັບປຸງໃຊ້ໃຫ້ສອດຄ່ອງກັບພາລະບົດບາດໜ້າທີ່ຂອງຊົມຣົມນັກສຶກສາສົງລາວຈັງຫວັດຊຽງລາຍ
ຕາມຂັ້ນເທິງວາງອອກ ເພື່ອຄວາມເປັນລະບຽບຮຽບຮ້ອຍແລະເປັນເອກະພາບກັນ
ເພື່ອໃຫ້ຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກແລະລັດ
ເພື່ອເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນແລະກັນພາຍໃນໝູ່ຄະນະນັກສຶກສາກ່ຽວກັບຊີວິດການເປັນຢູ່ແລະເວລາພົບຂໍ້ຫຍຸ້ງຍາກຕ່າງ
ໆ
5) ຄະນະບໍລະຫານງານຊົມຣົມໄດ້ຊ່ວຍກັນເອົາໃຈໃສ່ດູແລແລະຄຸ້ມຄອງນັກສຶກສາສົງລາວ
ທັ້ງເປັນພຣະສົງແລະສາມະເນນເພື່ອສ້າງຄວາມສາມັກຄີຮັກແພງແລະເປັນເອກະພາບຊ່ວຍເຫຼືອເຊິ່ງກັນແລະກັນ
ໂດຍຍຶດໝັ້ນຕາມແນວທາງການປ່ຽນແປງໃໝ່ຂອງພັກລັດໃນດ້ານແນວຄິດການເມືອງ ໄດ້ເອົາໃຈໃສ່ເຜີຍແຜ່ສິ່ງທີ່ດີງາມວັດທະນະທຳລາວສູ່ສັງຄົມປະເທດອ້ອມຂ້າງແລະຕ່າງປະເທດຂະຫຍາຍມູນເຊື້ອອັນດີງາມແລະຄວາມຮັກປະເທດຊາດບ້ານເກີດເມືອງນອນຢ່າງບໍ່ຢຸດຢັ້ງ
6) ສ້າງອຸດົມການແນວຄິດນັກສຶກສາສົງລາວທີ່ກຳລັງສຶກສາຢູ່ໃນປະເທດໄທໃຫ້ມີຄວາມສາມັກຄີມີລະບຽບວິໄນເອົາໃຈໃສ່ຕໍ່ການສຶກສາຮ່ຳຮຽນໃຫ້ຈົບຕາມຫຼັກສູດທີ່ທາງມະຫາວິທະຍາໄລໄດ້ກຳໜົດໄວ້ຫຼີກເວັ້ນປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນໝູ່ຄະນະອັນເປັນການສ້າງຄວາມແຕກແຍກ
ສະກັດກັ້ນແນວຄິດທີ່ບໍ່ດີທີ່ເປັນຜົນຮ້າຍຕໍ່ໝູ່ຄະນະໂດຍລວມ
IV. ດ້ານຜົນດີ
1)
ພຣະນິສິດນັກສຶກສາສົງລາວສ່ວນຫຼາຍມີຄວາມເສຍສະຫຼະ,ຊ່ວຍເຫຼືອໝູ່ເພື່ອນ,
ມີຄວາມຮັກແພງສາມັກຄີກັນດີແລະມີຄວາມຂະຫຍັນໝັ່ນພຽນຕໍ່ການສຶກສາຮ່ຳຮຽນແລະປະຕິດບັດຕາມໜ້າທີ່ຂອງຕົນ
2) ພຣະນິສິດນັກສຶກສາສົງລາວໄດ້ຮ່ວມກັນເອົາໃສ່ກິດຈະກຳເສີມທັກສະແລະປະສົບການໃຫ້ມີຄວາມກ້າວໜ້າຍິ່ງ
ໆ ຂື້ນ ແລະມີການທອດຖອນບົດຮຽນນຳຄູບາອາຈານແລະເພື່ອນ ໆ ສະມາຊິກດ້ວຍກັນ
V. ບັນຫາແລະອຸປະສັກ
1)
ການຕິດຕໍ່ພົວພັນກັບວິທະຍາເຂດຕ່າງໆ
ເພື່ອຖອດຖອນບົດຮຽນແລະແລກປ່ຽນປະສົບການຍັງບໍ່ທົ່ວເຖິງເນື່ອງຈາກການເດີນທາງຮ່ວມກິດຈະກຳມີຄ່າໃຊ້ຈ່າຍຫຼາຍເພາະງົບປະມານບໍ່ພຽງພໍ
2) ການບໍລິຫານງານຍັງບໍ່ເຂັ້ມແຂງເນື່ອງຈາກສະມາຊິກຕ່າງຄົນຍັງບໍ່ມີປະສົບການດ້ານບໍລິຫານງານຊົມຣົມ
ພຣະນິສິດລາວຍັງຂາດຕໍ່ການເອົາໃຈໃສ່ໃນໜ້າທີ່ວຽກງານທີ່ຕົນໄດ້ຮັບມອບໝາຍ
VI. ຜົນການເຄື່ອນໄຫວວຽກງານກິດຈະກຳທີ່ຜ່ານມາ
1.
ຄະນະນັກສຶກສາສົງລາວຊຽງລາຍໄດ້ເດີນທາງໄປຮ່ວມງານປະຊຸມກັບສະມາຄົມນັກສຶກສາສົງລາວຊຽງໃຫມ່
2.
ກິດຈະກຳຄະລະວະພຣະມະຫາເຖຣະເນື່ອງໃນວັນອອກພັນສາປະວາຣະນາ
ຈັງຫວັດຊຽງລາຍ
3.
ກິດຈະກຳສຶກສາດູງານສວນໄຜ່ພໍພຽງຮ່ວມກັບວິທະຍາໄລສົງຊຽງລາຍ
4.
ກິດຈະກຳເຮັດບຸນເຂົ້າສະຫຼາກຮ່ວມກັບວິທະຍາໄລສົງຊຽງລາຍ
5.
ກິດຈະກຳສອນພາສາອັງກິດໃຫ້ພຣະນິສິດລຸ້ນນ້ອງເສີມທັກສະໃນການຮຽນມະຫາໄລ
ຯ
6.
ກິດຈະກຳມອບເຄື່ອງອຸປະກອນໃຊ້ໃນໂຮງຮຽນປະຖົມສົມບູນຫ້ວຍທອງ
ເມືອງປາກທາ ແຂວງບໍ່ແກ້ວ ປະເທດລາວ
7.
ກິດຈະກຳເຂົ້າຮ່ວມງານອາສາລະຫະບູຊາສຳພັນໄມຕຣີມິຕິພຣະພຸດທະສາສະໜາ
ໄທ-ລາວ
8.
ກິດຈະກຳສາທະຍາຍພຣະໄຕຣປິດົກສຳພັນໄມຕຣີມິຕິພຣະພຸດທະສາສະໜາ
ລະຫວ່າງ ໄທ-ລາວ ໃນວັນອາສາລະຫະບູຊາ ທີ່
ວັດພຣະທາດຜາເງົາ ອ.ຊຽງແສນ ຈ.ຊຽງລາຍ
9.
ກິດຈະກຳຖວາຍຜ້າໄຕຣຈີວອນແລະທຽນພັນສາ
ທີ່ ວັດຈອມເຂົາມະນີຣັດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະເທດລາວ
10.
ກິດຈະກຳແລ່ນເອກະສານວີຊ່າໃຫ້ພຣະນິສິດລຸ້ນນ້ອງທີ່ເຂົ້າມາຮຽນຢູ່ວິທະຍາໄລສົງຊຽງລາຍ
11.
ກິດຈະກຳສອນພາສາລາວໜຶ່ງໃນພາສາອາຊຽນ
ທີ່ ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ
12.
ກິດຈະກຳສອນພາສາອັງກິດແລະທັມມະໃຫ້ເດັກສູນສຶກສາພຸດທະສາສະໜາວັນອາທິດທີ່ວັດພຣະທາດຜາເງົາ
ຕ.ວຽງ ອ.ຊຽງແສນ ຈ.ຊຽງລາຍ
13.
ກິດຈະກຳສະແດງຄວາມຍິນດີກັບລຸ້ນອ້າຍພຸດທະສາດບັນດິດລຸ້ນທີ່
59 ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈະລາລົງກອນຣາຊວິທະຍາໄລ
14.
ກິດຈະກຳໄປຮ່ວມງານມະຫາກຳພາສາ ສາສະໜາ ແລະວັດທະນະທຳອາຊຽນ ທີ່
ຫໍປະຊຸມ ມວກ. 80 ພັນສາ ມຈຣ. ວັງນ້ອຍ ຈ.ອະຢຸດທະຍາ
15.
ກິດຈະກຳສະແດງມຸທິຕາຈິດທ່ານເຈົ້າຄຸນພຣະພຸດທິຍານມຸນີ
ເຈົ້າອາວາດວັດພຣະທາດຜາເງົາ ອ.ຊຽງແສນ ຈ.ຊຽງລາຍ
VII.
ແຜນການພັດທະນາຊົມຣົມນັກສຶກສາສົງລາວຊຽງລາຍ
1. ຈັດຕັ້ງລະບົບການບໍລິຫານງານຊົມຣົມໃຫ້ມີຄວາມສອດຄ່ອງກັບການບໍລິຫານງານຂອງສະມາຄົມລາວສູນກາງກຸງເທບແລະວິທະຍາເຂດຊຽງໃຫມ່ຢ່າງເປັນລະບົນ
ມີແບບແຜນການດຳເນີນງານຢ່າງຖຶກຕ້ອງຕາມລະບຽບກົກໝາຍຂອງພັກແລະລັດວາງອອກເພື່ອໃຫ້ການເຄື່ອນໄຫວກິດຈະກຳນັກສຶກສົງລາວມີຄວາມສະດວກແລະວ່ອງໄວຫຼາຍຂື້ນ
2. ຈັດຕັ້ງລະບົບການສື່ສານດ້ານຂໍ້ມູນອອນລາຍແລະສ້າງໜັງສືທັມມະເພື່ອນຳໄປອົບຮົມແລະເຜີຍແຜ່ໃຫ້ກັບເດັກແລະເຍົາວະຊົນລາວໄດ້ເຂົ້າໃຈກ່ຽວກັບພຣະພຸດທະສາສະນາຍິ່ງໆ
ຂື້ນ
3. ຊ່ວຍກັນສົ່ງເສີມໃຫ້ມີການຮຽນຮູ້ນອກຫລັກສູດ ເຊັ່ນ
ອອກໄປສຶກສາດູງານຕາມສະຖານທີ່ຕ່າງ ໆ ຈັດກິດຈະກຳອັນເປັນອົງຄວາມຮູ້ແລະນຳປະສົບການມາປະຍຸກໃຊ້ໃຫ້ສອດຄ່ອງກັບບ້ານເມືອງເຮົາ
VIII.
ຂໍ້ສະເໜີຕໍ່ທາງວິທະຍາໄລສົງຊຽງລາຍ
1. ຂໍໃຊ້ຫ້ອງແຜນແລະວັດຜົນເປັນທີ່ທຳງານຂອງຊົມຣົມ
2. ຂໍຍື່ນສະເໜີຈົບປີ 4 ບໍ່ຕ້ອງລົງປະຕິບັດສາດສະນະກິດ
3. ຂໍໃຫ້ຜູ້ອຳນວຍການຮັບຮອງເອົາຊົມຣົມນັກສຶກສາສົງລາວເຂົ້າສັງກັດໃນແຜນວິທະຍາໄລສົງຊຽງລາຍ
4. ຂໍໃຊ້ຫ້ອງປະຊຸມວິທະຍາໄລສົງຊຽງລາຍເປັນທີ່ປະຊຸມຂອງນັກສຶກສາສົງລາວ
5. ຂໍທືນຄ່າ non-imigrant visa ໃຫ້ພຣະນິສິດລາວທີ່ມາສຶກສາຢູ່ວິທະຍາໄລສົງຊຽງລາຍ
Excellent!
ReplyDelete