Welcome to Lao Monk Students Association @ mcucr Thailand ยินดีต้อนรับเข้าสู่ชมรมนักศึกษาสงฆ์ลาวเชียงราย
Showing posts with label Home. Show all posts
Showing posts with label Home. Show all posts

Monday, March 21, 2016

About us...

ນັກສຶກສາສົງລາວ ວິທະຍາໄລສົງຊຽງຣາຍ
ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ



I.   ປະຫວັດແລະຄວາມເປັນມາຂອງຊົມຣົມນັກສຶກສາສົງລາວ

ນັບຕັ້ງແຕ່ອະດີດເປັນຕົ້ນມາໄດ້ມີພຣະສົງສາມະເນນລາວຈຳນວນຫຼວງຫຼາຍໄດ້ເຂົ້າມາສຶກສາຮ່ຳຮຽນແລະເຊື່ອມຕໍ່ລະດັບປະລິນຍາຕີ ປະລິນຍາໂທ ແລະປະລິນຍາເອກ ໃນສະຖາບັນຂອງມະຫາວິທະຍາໄລຕ່າງ ໆ ໃນຣາຊອານາຈັກໄທ ອີກທັ້ງຍັງເປັນແຫຼ່ງສຶກສາຮຽນຮູ້ຄຳພີພຣະໄຕຣປີດົກແລະນັກທັມ-ບາລີຊັ້ນປະໂຫຍກຕ່າງ ໆ ທັ້ງທັງຝ່າຍສົງແລະຝ່າຍຄະລາວາດ
ສຳຫຼັບພຣະນິສິດນັກສຶກສາສົງລາວ ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ ຈັງຫວັດຊຽງລາຍ ກໍ່ມີພຣະສົງ-ສຳມະເນນລາວຈຳນວນໜຶ່ງໄດ້ເຂົ້າມາສຶກສາຮ່ຳຮຽນລະດັບປະລິນຍາຕີແລະປະລິນຍາໂທ ນອກຈາກນັ້ນກໍ່ຍັງມີພຣະສົງ-ສຳມະເນນເຂົ້າມາພັກອາໄສເພື່ອສຶກສາພຣະທັມວິນັຍແລະເຂົ້າຮຽນໂຮງຮຽນພຣະປະຣິຍັຕິທັມແລະໂຮງຮຽນການສຶກສານອກລະບົບ (ກ.ສ.ນ.) ທຽບເທົ່າລະດັບມັດຍົມຕົ້ນແລະມັດທະຍົມປາຍ ທັ້ງນີ້ກໍ່ເພື່ອເປີດໂອກາດໃຫ້ແກ່ພຣະສົງ-ສຳມະເນນຜູ້ມີຄວາມປະສົງຢາກສຶກສາຮ່ຳຮຽນຕໍ່ໃນຣາຊອານາຈັກໄທ ໂດຍໃຊ້ຫນັງສືຜ່ານແດນໃຫ້ຖືກຕ້ອງຕາມກົດໝາຍບ້ານເມືອງ. ການທີ່ພຣະສົງ-ສຳມະເນນຈຳເປັນຕ້ອງເຂົ້າມາສຶກສາຮ່ຳຮຽນຢູ່ໃນປະເທດເພື່ອນບ້ານກໍ່ເນື່ອງຈາກວ່າບ້ານເມືອງເຮົາຍັງບໍ່ໄດ້ໃຫ້ການສະໜັບສະໜູນທາງດ້ານການສຶກສາຂອງພຣະສົງແລະສາມະເນນຢ່າງພຽງພໍຕໍ່ຄວາມຕ້ອງການ ເຊັ່ນ ມະຫາວິທະຍາໄລສົງ ເປັນຕົ້ນ ດັ່ງນັ້ນເມື່ອພຣະສົງ-ສາມະເນນຮຽນຈົບຈາກມັດທະຍົມສົມບູນສົງຫຼືວິທະຍາໄລສົງຢູ່ລາວແລ້ວແລະມີເປົ້າໝາຍຢາກເຊື່ອມຕໍ່ລະດັບປະລິນຍາຕີຫຼືໂທທາງຝ່າຍສົງອີກ ເຊິ່ງຈະມີມະຫາວິທະຍາໄລທີ່ເປັນຂອງພຣະສົງ ຈຳນວນ 2 ແຫ່ງ ເຊັ່ນ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ ແລະມະຫາວິທະຍາໄລມະຫາມະກຸດຣາຊວິທະຍາໄລ ທັ້ງໃນກຸງເທບມະຫານະຄອນ, ປະລິມົນທົນ ແລະວິທະຍາເຂດຕ່າງ ໆ ໃນແຕ່ລະຈັງຫວັດທົ່ວປະເທດ ເພື່ອໃຫ້ພຣະສົງສຳມະເນນທີ່ອາໄສຢູ່ເຂດຈັງຫວັດທີ່ໃກ້ຄຽງໄດ້ມີໂອກາດເຂົ້າມາສຶກສາຮ່ຳຮຽນໄດ້ສະດວກຍິ່ງຂື້ນ ແລະພຣະສົງສາມະເນນລາວເຮົາກໍ່ເຊັ່ນກັນ ຜູ້ທີ່ອາໄສຢູ່ເມືອງ/ແຂວງຕ່າງ​ໆ ທີ່ຕິດກັບຊາຍແດນກໍ່ຈະມີໂອກາດເດີນທາງເຂົ້າມາສຶກສາຮ່ຳຮຽນແລກປ່ຽນຄວາມຮູ້ເສື່ອມຄວາມສັມພັນໄມຕຣີມິຕິພຣະພຸດທະສາສະໜາອັນດຽວກັນກັບປະເທດເພື່ອນບ້ານໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ.
ອີກປະການໜຶ່ງ ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ ເຊິ່ງຕັ້ງຢູ່ໃນໃຈກາງເມືອງຊຽງລາຍ ແລະເປັນຈັງຫວັດທີ່ຢູ່ເໜືອສຸດຂອງປະເທດໄທ ອັນມີພູມລຳເນາທີ່ອຸດົມສົມບູນຄືກັບແຂວງພາກເໜືອຂອງລາວ ໂດຍສະເພາະຈັງຫວັດຊຽງລາຍມີຊາຍແດນຕິດກັບແຂວງບໍ່ແກ້ວແລະຍັງຕິດກັບເມືອງທ່າຂີ້ເຫຼັກປະເທດພະມ້າຫຼືເຮົາເອີ້ນວ່າ “ສາມຫຼ່ຽມທອງຄຳ” ຊຶ່ງເປັນໂອກາດອັນດີທີ່ພຣະສົງສາມະເນນຈາກສອງປະເທດສາມາດເດີນທາງເຂົ້າມາສຶກສາຮຽນຮູ້ໄດ້ຢ່າງສະດວກສະບາຍ
ດັ່ງນັ້ນ ເມື່ອມີພຣະສົງສາມະເນນລາວເຮົາໄດ້ມາເຂົ້າສຶກສາຮ່ຳຮຽນເປັນຈຳນວນເພິ່ມຂື້ນໃນແຕ່ລະປິ ຈຶ່ງຕ້ອງມີການລວມຕົວເປັນກຸ່ມພຣະນິສິດລາວຂື້ນ ແລະກາຍມາເປັນຊົມຣົມນັກສຶກສາສົງລາວຈົນເຖິງປັດຈຸບັນ ນັບວ່າເປັນການລວມຕົວແລະສ້າງຄວາມສຳພັນລະຫວ່າງພຣະສົງສາມະເນນລາວດ້ວຍກັນ ເພື່ອສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ບໍ່ວ່າຈະເປັນດ້ານເອກະສານການສຶກສາ ດ້ານກິດຈະກຳແລະດູແລຄວາມເປັນລະບຽບຮຽບຮ້ອຍໃຫ້ກັບພຣະສົງສາມະເນນທີ່ຈະເຂົ້າມາໃຫມ່ອີກດ້ວຍ

II. ວັດຖຸປະສົງຂອງການຈັດຕັ້ງຊົມຣົມ

     1.    ເພື່ອເປັນຈຸດສູນລວມຂອງພຣະສົງສາມະເນນລາວທີ່ມາສຶກສາຢູ່ຊຽງລາຍ
     2.   ເພື່ອສົ່ງເສີມໃຫ້ພຣະສົງສາມະເນນມີຄວາມສາມັກຄີຊ່ວຍເຫຼືອກັນແລະກັນ
     3.   ເພື່ອເປັນບ່ອນປະສານງານແລະໃຫ້ຄຳປຶກສາເວລາພົບຂໍ້ຫຍຸ້ງຍາກຕ່າງ ໆ
     4.   ເພື່ອສົ່ງເສີມໃຫ້ພຣະສົງສາມະເນນໄດ້ເຮັດກິດຈະກຳຮ່ວມກັນເປັນທີມ
     5.   ເພື່ອຊ່ວຍເຫຼືອດ້ານເອກະສານການເດີນທາງແລະການສຶກສາຕ່າງ ໆ
     6.   ເພື່ອຈັດຫາວັດຫຼືທີ່ພັກອາໄສໃຫ້ພຣະສົງສາມະເນນທີ່ມາຢູ່ໃຫມ່
     7.   ເພື່ອສ້າງຄວາມສຳພັນໄມຕຣີມິຕິພຣະພຸດທະສາສະໜາຕໍ່ປະເທດເພື່ອນບ້ານ

III.      ລະບຽບການຈັດຕັ້ງຊົມຣົມພຣະນິສິດນັກສຶກສາສົງລາວວິທະຍາໄລສົງຊຽງລາຍ

2.1 ອິງຕາມມະຕິຕົງລົງເຫັນດີເປັນເອກະພາບຂອງພຣະນິສິດນັກສຶກສາສົງລາວ ວ່າດ້ວຍການຈັດຕັ້ງຊົມຣົມນັກສຶກສາສົງລາວ ປະຈຳວິທະຍາໄລສົງຊຽງລາຍ ໃນວັນພະຫັດທີ່ 13 ກັນຍາ 2555 ເປັນຕົ້ນມາແລະໄດ້ມີມະຕິເຫັນດີເລືອກຕັ້ງເອົາ ພຣະສົມສັກ ສະມະຈິດໂຕ ເປັນປະທານຯ (2555-ປັດຈຸບັນ) ຕໍ່ຈາກ ພຣະອາຈານໄຊຍະພອນ ສີປັນຍາ ອະດີດ (ຜູ້ດູແລພຣະນັກສຶກສາສົງລາວ ມ.ຈ.ຣ.ຫ້ອງຮຽນວັດພຣະແກ້ວ ຈັງຫວັດຊຽງລາຍ) 2550-2554

2.2 ມີການຈັດລະບຽບແບບແຜນໂຄງຮ່າງການຈັດຕັ້ງການບໍລິຫານສ່ວນງານຂອງພຣະນິສິດນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍໃນປີ 2555-ປັດຈຸບັນ ກໍ່ໄດ້ມີການຈັດຕັ້ງແລະແບ່ງຫນ້າທີ່ຮັບຜິດຊອບຂອງພຣະເນນແຕ່ລະອົງ/ຕົນ ເພື່ອຊ່ວຍເຫຼືອຊຶ່ງກັນແລະກັນບໍ່ວ່າຈະເປັນການປະກອບເອກສານການສຶກສາ/ໜັງສືຜ່ານແດນແລະພາກສ່ວນກິດຈະກຳ ເປັນຕົ້ນ ພ້ອມກັນນັ້ນຍັງອຳນວຍຄວາມສະດວກໃຫ້ແກ່ພຣະສົງສຳມະເນນລຸ້ນນ້ອງທີ່ຕ້ອງການເຂົ້າມາສຶກສາຢູ່ວິທະຍາໄລສົງຊຽງລາຍໃນຕໍ່ໜ້າ

2.3 ຊົມຣົມນັກສຶກສາສົງລາວ ປະຈຳວິທະຍາໄລສົງຊຽງລາຍ ໄດ້ນຳເອົາກົດລະບຽບຕ່າງ ໆ ຂອງຊົມຣົມນັກສຶກສາສົງລາວສ່ວນກາງແລະສ່ວນວິທະຍາເຂດຊຽງໃຫມ່ມາປັບປຸງໃຊ້ໃຫ້ສອດຄ່ອງກັບພາລະບົດບາດໜ້າທີ່ຂອງຊົມຣົມນັກສຶກສາສົງລາວຈັງຫວັດຊຽງລາຍ ຕາມຂັ້ນເທິງວາງອອກ ເພື່ອຄວາມເປັນລະບຽບຮຽບຮ້ອຍແລະເປັນເອກະພາບກັນ ເພື່ອໃຫ້ຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກແລະລັດ ເພື່ອເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ກັນພາຍໃນໝູ່ຄະນະນັກສຶກສາກ່ຽວກັບຊີວິດການເປັນຢູ່ແລະເວລາພົບຂໍ້ຫຍຸ້ງຍາກຕ່າງ ໆ

IV.  ລະບຽບວ່າດ້ວຍຂໍ້ບັງຄັບການເລືອກຕັ້ງປະທານຊົມຣົມນັກສຶກສາສົງລາວ  ຊຽງລາຍ

-ອີງຕາມມະຕິຕົງລົງເຫັນດີເປັນເອກະພາບຂອງສະມາຄົມນັກສຶກສາສົງລາວສ່ວນກາງແລະສະມາຄົມນັກສຶກສາສົງລາວຊຽງໃຫມ່ປະຈຳເຂດພາກເໜືອ ໃຫ້ຄະນະພຣະນິສິດລາວທີ່ກຳລັງສຶກສາຢູ່ວິທະຍາໄລສົງຊຽງຣາຍ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ ສາມາດເລືອກຕັ້ງຫຼືແຕ່ງຕັ້ງເອົາພຣະຫຼືເນນອົງໃດອົງໜຶ່ງຂື້ນເປັນຕົວແທນຊົມຣົມນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍ ເພື່ອຈະໄດ້ດູແລກັນໃນເຂດພື້ນທີ່ໆຕົນປົກຄອງຢູ່ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສາມາດດຳເນີນກິດຈະກຳ, ເກັບກຳສະຖິຕິ,ເອກະສານການສຶກສາ ແລະຂໍ້ມູນດ້ານຕ່າງ ໆ ແລະຊ່ວຍເຫຼືອຊຶ່ງກັນແລະກັນໃນກາລຕ່າງ ໆ ດັ່ງນັ້ນຈຶ່ງຕ້ອງໃຫ້ມີການເລືອກຕົວແທນຜູ້ໃດຜູ້ຫນຶ່ງທີ່ເຫັນວ່າມີຄຸນສົມບັດດີ ມີຄວາມເສຍສະລະເພື່ອຊົມຣົມຈຶ່ງສົມຄວນໃຫ້ມີການຈັດຕັ້ງຊົມຣົມຂື້ນ ໂດຍສັງກັດໃນສະມາຄົມນັກສຶກສາສົງລາວ ປະຈຳເຂດພາກເໜືອຊຽງໃຫມ່

- ການປະຕິບັດໜ້າທີ່ຂອງປະທານຊົມຣົມ ຮອງປະທານ ແລະຄະນະດູແລຝ່າຍຕ່າງ ໆ ມີການກຳໜົດການເລືອກຕັ້ງແລະແຕ່ງຕັ້ງມີໜ້າທີ່ດັ່ງຕໍ່ໄປນີ້
ຂໍ້ (1) ໃຫ້ພຣະນິສິດລາວວິທະຍາໄລສົງຊຽງຣາຍເລືອກຕັ້ງປະທານຊົມຣົມຄົນໃຫມ່ໄດ້
        ທຸກ  ໆ 2 ປີ/ຄັ້ງ
ຂໍ້ (2) ຜູ້ເຂົ້າສະໝັກເລືອກຕັ້ງຫົວໜ້າຊົມຣົມຄົນໃຫມ່ຕ້ອງຮຽນຢູ່ປີ 1, 2 ແລະ 3
ເທົ່ານັ້ນ ໂດຍບໍ່ຈຳກັດສາຂາວິຊາຮຽນ
ຂໍ້ (3) ການເລືອກຕັ້ງປະທານຊົມຣົມຄົນໃຫມ່ແມ່ນກຳໜົດເອົາເລີ່ມແຕ່ວັນທີ່ 13
ກັນຍາຂອງທຸກໆ 2 ປີ ພາຍໃນໄລຍະເວລາບໍ່ໃຫ້ເກີນ 15 ມື້
ຂໍ້ (4) ສຳຫຼັບການແຕ່ງຕັ້ງຄະນະດູແລດ້ານຕ່າງ ໆ ແມ່ນໃຫ້ປະທານຊົມຣົມຄົນໃຫມ່
ເປັນຜູ້ຊີ້ແຈງແລະມອບໜ້າທີ່ຮັບຜິດຊອບໃຫ້ຕາມຄວາມເໝາະສົມກັບງານ
ຂໍ້ (5) ຄະນະດູແລຝ່າຍຕ່າງ ໆ ສາມາດສະເໜີແລະຍົກຍ້າຍໜ້າທີ່ຮັບຜິດຊອບຂອງ
ຕົນໄດ້ໃນຂະນະທີ່ມີເຫດຈຳເປັນຕ້ອງປ່ຽນ
ຂໍ້ (6) ຂະນະທີ່ປະທານຊົມຣົມຄົນໃຫມ່ກຳລັງດຳລົງຕຳແໜ່ງກໍ່ຕ້ອງສານຕໍ່ນະໂຍບາຍ
        ເກົ່າແລະສະເໜີນະໂຍບາຍໃຫມ່ ເພື່ອໃຫ້ຄະນະພຣະນິສິດລາວໄດ້ຮັບຮູ້ຮັບຊາບ
ຂໍ້ (7) ພຣະນິສິດນັກສຶກສາສົງລາວທຸກຄົນຕ້ອງພ້ອມພຽງຮຽງໜ້າກັນ ບໍ່ວ່າຈະມີການ
        ປະຊຸມຫຼືເຮັດກິດຈະກຳຕ່າງ ໆ
ຂໍ້ (8) ຊົມຣົມນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍຈະຕ້ອງມີການສະຫຼຸບ
ລາຍງານປະຈຳປີການສຶກສາຂອງທຸກໆປີໃຫ້ຮູ້ເຖິງ ດ້ານດີ  ດ້ານອ່ອນ  
ຂໍ້ຄົງຄ້າງ ເພື່ອນຳໄປປັບປຸງແກ້ໄຂໃນປີຖັດໄປ (ສຳຫຼັບວັນເວລາປະທານຊົມຣົມ
ເປັນຜູ້ກຳໜົດ ຕາມຄວາມເໝາະສົມ)
ຂໍ້ (9) ປະທານທີ່ປຶກສາແລະຄະນະກຳມະການສາມາດດຳລົງຕຳແໜ່ງໄດ້ຕະຫຼອດໄປ
ຍົກເວັ້ນມີເຫດຈຳເປັນຕ້ອງຍ້າຍໄປຢູ່ທີ່ອື່ນຫຼືລາສິກຂາອອກໄປ
ຂໍ້ (10)ຄະນະກຳມະການທີ່ປຶກສາມີໜ້າທີ່ເປັນກຳມະການເລືອກຕັ້ງປະທານຊົມຣົມ
ຂໍ້ (11) ລະບຽບວ່າດ້ວຍການເລືອກຕັ້ງປະທານແລະແຕ່ງຕັ້ງຄະນະຜູ້ບໍລິຫານຊົມຣົມ
ນັກສຶກສາສົງລາວຊຽງລາຍ ຕາມຂ້າງເທິງນີ້ຈະມີຜົນສັກສິດແລະບັງຄັບໃຊ້ໄດ້
ນັບຕັ້ງແຕ່ວັນທີ່ປະທານຊົມຣົມລົງນາມເປັນຕົ້ນໄປ


ທີ່ ວິທະຍາໄລສົງຊຽງລາຍ ອຳເພີເມືອງ ຈັງຫວັດຊຽງລາຍ
ລົງວັນທີ່ 15 ເດືອນກັນຍາ ພ.ສ.2555


(ລົງຊື່)...........................................
(ພຣະສົມສັກ ສະມະຈິດໂຕ)
ປະທານຊົມຣົມນັກສຶກສາສົງລາວ
ມຈຣ.ວິທະຍາໄລສົງຊຽງລາຍ



I.            V. ລະບຽບວ່າດ້ວຍສິດທິແລະຫນ້າທີ່ການບໍລິຫານງານຊົມຣົມນັກສຶກສາສົງລາວ
ສະບັບແກ້ໄຂເພີ່ມເຕີມ ວັນທີ່ 15 ກັນຍາ ພ.ສ.2556
       
        ເພື່ອໃຫ້ການດຳເນີນງານຂອງຄະນະກຳມະການບໍລິຫານຊົມຣົມນັກສຶກສາສົງລາວຊຽງລາຍ ໃນຣາຊອານາຈັກໄທ ລຸ້ນທີ່ 1 ປະຈຳປີ ພ.ສ.2555-2557 ເປັນໄປດ້ວຍຄວາມຮຽບຮ້ອຍຕາມວັດຖຸປະສົງຂອງຊົມຣົມ
-    ອາໄສຕາມກົດລະບຽບຂອງສະມາຄົມນັກສຶກສົງລາວວ່າດ້ວຍການຄຸ້ມຄອງນັກຮຽນນັກສຶກສາແລະຜູ້ປະຕິບັດສາສະນະກິດໃນຣາຊອານາຈັກໄທ ກຳໜົດໂດຍເອກອັກຄະລັດຖະທູດ ສປປ.ລາວ ປະຈຳບາງກອກ ປະເທດໄທ ເລກທີ່ 090/ສລບ.ກຂສ. ວັນທີ່ 13/5/1995.
-    ອາໄສຕາມລະບຽບວ່າດ້ວຍການເລືອກຕັ້ງຄະນະກຳມະການບໍລິຫານ ຂໍ້ທີ່ 8,9,10 ໝວດທີ່ 1 ແລະ 4
-    ອາໄສຕາມມະຕິຕົກລົງຂອງການປະຊຸມຊົມຣົມນັກສຶກສາສົງລາວຊຽງລາຍ ວັນທີ່ 13 ກັນຍາ 2555 ທີ່ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊວິທະຍາໄລ ອຳເພີເມືອງ ຈັງຫວັດຊຽງລາຍ ມີມະຕິເຫັນຊອບທີ່ຈະພ້ອມພຽງກັນປະຕິບັດໜ້າທີ່ການບໍລິຫານງານຊົມຣົມນັກສຶກສາສົງລາວຊຽງລາຍດ້ວຍຄວາມສາມັກຄີແລະເສຍສະຫຼະເພື່ອໃຫ້ບັນລຸຕາມວັດຖຸປະສົງດຳເນີນໄປດ້ວຍດີ
        ດັ່ງນັ້ນ ຄະນະຊົມຣົມນັກສຶກສາສົງລາວຊຽງລາຍຈຶ່ງໄດ້ຈັດແບ່ງລະບຽບສິດທິແລະຫນ້າທີ່ການບໍລິຫານງານຊົມຣົມ ປະກອບດ້ວຍກັນດັ່ງຕໍ່ໄປນີ້:

1. ຄະນະກຳມະການທີ່ປຶກສາ
-      ເປັນປະທານໃນການປະຊຸມ
-      ຮັບຜິດຊອບໃນການດຳເນີນງານຂອງການປະຊຸມປະຈຳປີ
-      ຮັບຜິດຊອບໃນການຮັກສາໄວ້ຊຶ່ງຄວາມເປັນລະບຽບຮຽບຮ້ອຍໃນທີ່ປະຊຸມ
-      ໃຫ້ຄຳປຶກສາແລະຂໍ້ສະເໜີຕ່າງ ໆ ແກ່ຄະນະຜູ້ບໍລິຫານຊົມຣົມ

2.ປະທານຊົມຣົມ
-      ຮັບຜິດຊອບແລະຊີ້ນຳລວມ ລົງເລິກກ່ຽວກັບການຈັດຕັ້ງປະຕິບັດ ຕາມລະບຽບຂອງສະມາຄົມສູນກາງວາງອອກ
-      ມີສິດຕິດຕໍ່ສື່ສານກັບບຸກຄົນໃນອົງກອນແລະນອກອົງການຈັດຕັ້ງຕ່າງ ໆ ທີ່ເຫັນວ່າດີແລະມີປະໂຫຍດແກ່ຊົມຣົມ
-      ກຳໜົດວາລະແລະລະບຽບຂອງການປະຊຸມ
-      ຊີ້ນຳແນວທາງການບໍລິຫານງານຂອງຊົມຣົມຮ່ວມກັບຄະນະບໍລິຫານແຕ່ລະຝ່າຍໃຫ້ສອດຄ່ອງກັບນະໂຍບາຍແລະວັດຖຸປະສົງຂອງຊົມຣົມ
-      ແຕ່ງຕັ້ງຖອດຖອນຄະນະບໍລິຫານງານຊົມຣົມແຕ່ລະຝ່າຍໄດ້ຕາມຄວາມ     ເໝາະສົມຫຼືຕາມຄຳສະເໜີຂອງສະມາຊິກ
-      ມີອຳນາດຕັດສິນຊີ້ຂາດແລະໃຫ້ຄວາມຍຸຕິທັມໃນເລື່ອງຕ່າງ ໆ ແລະໃນເມື່ອປະຊຸມມີຄວາມຄິດເຫັນຂັດແຍ້ງກັນຈົນຫາຢຸດຕິບໍ່ໄດ້

3. ຮອງປະທານຜູ້ທີ່ 1
-      ຮັບຜິດຊອບວຽກງານລວມດ້ານການປກຄອງຂອງຊົມຣົມ ຕິດຕາມດູແລງານດ້ານເອກະສານວີຊ່າແລະເອກະສານຂາເຂົ້າ-ຂາອອກຢ່າງໃກ້ຊິດ
-      ດຳເນີນງານຕາມທີ່ປະທານມອບໝາຍໃຫ້ແລ້ວແຕ່ກໍລະນີຈຳເປັນກໍ່ໃຫ້ປະຕິບັດໜ້າທີ່ແທນໄດ້
-      ສາມາດປະຕິດບັດໜ້າທີ່ແທນໃນກໍລະນີທີ່ປະທານຊົມຣົມບໍ່ສາມາດປະຕິບັດງານໄດ້ຫຼືເດີນທາງໄປຕ່າງຖິ່ນ
-      ມີສິດຕັດສິນຕ່າງ ໆ ຕາມເຫດຜົນທີ່ເໝາະສົມແລະເປັນປະໂຫຍດຕໍ່ຊົມຣົມ

4. ຮອງປະທານຜູ້ທີ່ 2
-      ຮັບຜິດຊອບວຽກງານລວມດ້ານການສຶກສາຂອງຊົມຣົມ ຕິດຕາມດູແລກວດສອບການສຶກສາແລະຂື້ນທະບຽນນັກສຶກສາ
-      ຊີ້ນຳດູແລງານຝ່າຍກິດຈະກຳແລະການເຄື່ອນໄຫວນອກຫຼັກສູດ
-      ຊີ້ນຳດູແລງານຝ່າຍປະຊາສຳພັນແລະວຽກງານເຜີຍແຜ່
-      ຊີ້ນຳການຕິດຕໍ່ປະສານງານກັບມະຫາວິທະຍາໄລວິທະຍາເຂດຫຼືສະຖາບັນຕ່າງ ໆ ທີ່ມີພຣະນິສິດລາວອາໄສຢູ່

5.  ເລຂານຸການ
-      ດຳເນີນງານຕາມທີ່ປະທານຊົມຣົມມອບໝາຍໃຫ້
-      ເກັບກຳສະຖິຕິຂອງສະມາຊິກຊົມຣົມທຸກຢ່າງ
-      ຈັດລະບຽບວາລະການປະຊຸມທຸກຄັ້ງ
-      ບັນທຶກການປະຊຸມແລະສະຫຼຸບການເຄື່ອນໄຫວວຽກງານທຸກຄັ້ງ
-      ຕ້ອງທຳງານກັບຜູ້ບໍລິຫານຊົມຣົມທຸກຝ່າຍເພື່ອນຳສະເໜີງານໃຫ້ປະທານຊາບ

6. ຝ່າຍວິຊາການ
-      ຕິດຕາມກວດສອບຄະແນນ (ເກຣດ) ລົງເລິກດ້ານການສຶກສາແລະປະເມີນຜົນການຮຽນຂອງສະມາຊິກທຸກຄົນ ແລ້ວນຳສະເໜີທີ່ປະຊຸມຕໍ່ຄະນະບໍລິຫານ
-      ໃຫ້ຄຳແນະນຳແລະປຶກສາກ່ຽວກັບການຮຽນແກ່ສະມາຊິກທີ່ຍັງບໍ່ເຂົ້າໃຈ
-      ຕິດຕໍ່ປະສານງານເລື່ອງທຶນການສຶກສາຈາກຊົມຣົມວິທະຍາເຂດຫຼືອົງການຈັດຕັ້ງອື່ນ ໆ ທີ່ກ່ຽວຂ້ອງເພື່ອຊ່ວຍເຫຼືອສະມາຊິກທີ່ຂາດແຄນປັດໄຈ
-      ເກັບກຳຂໍ້ມູນຕາຕະລາງຮຽນ, ເອກະສານການຮຽນການສອນ, ການສອບເສັງ ແລະວາງແຜນຈັດກິດຈະກຳເສີມຫລັກສູດໃຫ້ແກ່ສະມາຊິກຮຽນຮູ້ເພີ່ມເຕີມ

7. ຝ່າຍກິດຈະກໍາ
-      ຈັດກຽມສະຖານທີ່ເພື່ອຈັດກິດຈະກຳຕ່າງ ໆ ຂອງຊົມຣົມ
-      ກຳໜົດແລະຈັດກຽມພິທີກຳທີ່ຈະຕ້ອງເຮັດໃນງານນັ້ນ ໆ
-      ຈັດກຽມເຄື່ອງສັກກາລະໃນງານພິທີກຳຕ່າງ ໆ
-      ຈັດເກັບວັດສະດຸ ອຸປະກອນໃນການຈັດກິດຈະກຳທຸກຄັ້ງ

8. ຝ່າຍບັນຊີການເງິນ
-      ຈັດເກັບຮັກສາເງິນຂອງຊົມຣົມ
-      ເຮັດບັນຊີລາຍຮັບ-ລາຍຈ່າຍຂອງຊົມຣົມ
-      ໃຊ້ເງິນທຸກຄັ້ງຕ້ອງໄດ້ຮັບຄວາມເຫັນຊອບຂອງປະທານຊົມຣົມຫຼືຮອງປະທານທັ້ງສອງເສີຍກອນ
-      ກໍລະນີທີ່ສະມາຊິກຕ້ອງການຄວາມຊ່ວຍເຫຼືອຕ້ອງໄດ້ຮັບຄວາມເຫັນຊອບ
ຈາກຄະນະກຳມະການບໍລິຫານຊົມຣົມ ຖ້າດ່ວນຕ້ອງແຈ້ງໃຫ້ປະທານຊາບ
-      ສະຫຼຸບບັນຊີປະຈຳເດືອນ, ປະຈຳພາກຮຽນ ແລະປະຈຳປີ ແລ້ວນຳສະເໜີຜົນລາຍຮັບລາຍຈ່າຍເຂົ້າທີ່ປະຊຸມ

9. ຝ່າຍປະຊາສຳພັນ
-      ຮັບຜິດຊອບການຕິດຕໍ່ປະສານງານກັບສະມາຄົມລາວສູນກາງກຸງເທບແລະຊຽງໃຫມ່ຫຼືໜ່ວຍງານຕ່າງ ໆ ທີ່ກ່ຽວຂ້ອງກັບຊົມຣົມ
-      ທຳໜ້າທີ່ພີທີກອນປະຈຳຊົມຣົມ ນຳສະເໜີຂໍ້ມູນຕ່າງ ໆ ທີ່ເປັນປະໂຫຍດຕໍ່ຊົມຣົມນັກສຶກສາສົງລາວຊຽງລາຍ
-      ຮັບຜິດຊອບດູແລເວັປໄຊ້ແລະເຟສບຸກກຸ່ມເພື່ອເຜີຍແຜ່ຂໍ້ມູນຂ່າວສານຮູບພາບກິດຈະກຳຂອງຊົມຣົມ
-      ຮັບຜິດຊອບດູແລການໂທລະສັບແຈ້ງການປະຊຸມແລະທຸກຄັ້ງທີ່ມີການເຄື່ອນໄຫວກິດຈະກຳຊົມຣົມ

10.        ຝ່າຍຈັດສະຖານທີ່
-      ຮັບຜິດຊອບການຈັດຫາທີ່ພັກ (ວັດ) ໃຫ້ພຣະນິສິດລຸ້ນນ້ອງ
-      ທຸກຄັ້ງທີ່ເພື່ອນສະມາຊິກຕ້ອງການຍ້າຍວັດຕ້ອງເຫັນຊອບຈາກປະທານຊົມຣົມກ່ອນຫຼືຮອງປະທານ
-      ດູແລຄວາມເປັນລະບຽບຮຽບຮ້ອຍຂອງສະມາຊິກທຸກຄົນ ຖ້າເຫັນພຶດຕິກຳບໍ່ດີບໍ່ງາມຕ້ອງແຈ້ງໃຫ້ປະທານຫຼືຮອງປະທານຊາບດ່ວນ
           ໜັງສືແຕ່ງຕັ້ງມອບໝາຍໜ້າທີ່ຮັບຜິດຊອບສະບັບນີ້ ມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ່ປະທານຊົມຣົມລົງນາມແຕ່ງຕັ້ງເປັນຕົ້ນໄປ

       ທີ່ ວິທະຍາໄລສົງຊຽງລາຍ ອຳເພີເມືອງ ຈັງຫວັດຊຽງລາຍ
ລົງວັນທີ່ 15 ເດືອນກັນຍາ ພ.ສ.2556

(ລົງຊື່)...........................................
(ພຣະສົມສັກ ສະມະຈິດໂຕ)

ປະທານຊົມຣົມນັກສຶກສາສົງລາວ





I.      ສະຖິຕິພຣະສົງສໍາມະເນນລາວຊຽງລາຍ

ລວມຈຳນວນພຣະສົງສາມະເນນລາວຊຽງລາຍທັ້ງໝົດ
ປະຈຳປີພຸດທະສັກກະຣາຊ 2557-2558

ລ/ດ
ສະຖານສຶກສາ
ຈຳນວນ
ອົງ/ຕົນ
ໝາຍເຫດ
1.
 ກໍາລັງສຶກສາຢູ່ວິທະຍາໄລສົງຊຽງລາຍ                   
9
ອົງ/ຕົນ

2.
 ກໍາລັງປະຕິບັດສາສະນະກິດ                                 
2
ອົງ

3.
 ກໍາລັງຮຽນນັກທັມ-ບາລີ                                              
2
ອົງ

4.
 ຮຽນປະຣິຍັດແລະກສນ.                             
9
ຕົນ

5.
 ຈໍາພັນສາປະຕິບັດສາສະນະກິດ                                  
1
ອົງ

6.
 ພຣະນິສິດລຸ້ນອ້າຍ (ກຳມະການຊົມຣົມ)                               
1
ອົງ

      
ລວມທັງໝົດ
24
ອົງ/ຕົນ



II. ເອກະສານການສຶກສາຕ່າງ ໆ ກ່ອນເຂົ້າຮຽນວິທະຍາໄລສົງຊຽງລາຍ

*    ເອກະສານສອບຄັດເລືອກເຂົ້າຮຽນລະດັບປະລິນຍາຕີ
Application For Bachelor Degree Entrance Examination

1.)   ສຳເນົາທະບຽນບ້ານ                                        1 ຊຸດ
2.)  ສຳເນົາຫນັງສືເດີນທາງ (passport)                      1 ຊຸດ
3.)  ສຳເນົາຫນັງສືສຸດທິ                                         1 ຊຸດ
4.)  ສຳເນົາສະແດງຜົນການສຶກສາ (ໃບຄະແນນຈົບຊັ້ນ)        2 ຊຸດ
5.)  ສຳເນົາໃບປະກາສະນີຍະບັດ ມ.ປາຍ / ທັມມະສຶກສາ     2 ຊຸດ
6.)  ຮູບຖ່າຍ 1 ນິ້ວເຄິງ                                         2 ໃບ
7.)  ອື່ນໆ....ຖ້າມີ

*    ຄະນະແລະສາຂາທີ່ເປີດຮຽນ

1.    ຄະນະພຸທທະສາດ Faculty of Buddhism
-    ສາຂາວິຊາ: ພຣະພຸດທະສາສະຫນາ Buddhism Program
-    ເອກ: ພຣະພຸດທະສາສະຫນາ Buddhism Major
2.   ຄະນະສັງຄົມສາດ Faculty of Social Science
-    ສາຂາວິຊາ:ລັດທະປະສາສະນະສາດ Political Science Program
-    ເອກ: ບໍລິຫານລັດທະກິດ Public Management Major
3.   ຄະນະຄຣຸສາດ Faculty of Education
-    ສາຂາວິຊາ: ພາສາອັງກິດ EnglishProgram
-    ເອກ: ການສອນພາສາອັງກິດ English Teaching Major
4.   ຄະນະມະນຸດສາດ Faculty of Humanity
-    ສາຂາວິຊາ: ພາສາອັງກິດ English Program
-    ເອກ: ພາສາອັງກິດ English Major

*    ການເຮັດເອກສານປະກອບການຂໍປ່ຽນການກວດລົງຕາປະເພດວີຊ່າ
To Change Non-Immigrant Visa
  
1.   ຫນັງສື ຂໍປ່ຽນຕຣວດລົງຕຣາປະເພດ Visa              ຈຳນວນ  1 ສະບັບ
2.   ຫນັງສືຮັບຮອງຄວາມເປັນນິສິດ                            ຈຳນວນ  1 ສະບັບ
3.   ຫນັງສື ຂໍອະນຸຍາດປ່ຽນປະເພດວີຊ່າຈາກສຳນັກພຸດ      ຈຳນວນ  1 ສະບັບ
4.   ຫນັງສືຮັບຮອງຈາກວັດ                                      ຈຳນວນ  1 ສະບັບ
5.   ສຳເນົາຫນັງສືເດີນທາງ                                        ຈຳນວນ  1 ຊຸດ
6.   ສຳເນົາຫລັກຖານທາງການສຶກສາ                            ຈຳນວນ  1 ຊຸດ
7.   ສຳເນົາໜັງສືສຸດທິ                                             ຈຳນວນ  1 ຊຸດ
8.   ຫນັງສືສຸດທິແປ                                               ຈຳນວນ  1 ຊຸດ


ໝາຍເຫດ:
-    ຫລັງຈາກຜູ້ກ່ຽວໄດ້ດຳເນີນການເອກະສານ Non-Immigrant Visa ຮຽບຮ້ອຍແລ້ວຈະຕ້ອງເອົາເອກສານເຫລົ່ານີ້ໄປຍື່ນທີ່ກົງສູນໄທປະຈຳບາງກອກ (ຖະໜົນແຈ້ງວັດທະນະ)
-    ຄ່າເຮັດເອກສານຂໍປ່ຽນລົງຕາປະເພດວີຊ່າ 2,000 ບາດ (ຈ່າຍຄັ້ງດຽວ)
  
*    ເອກະສານປະກອບການແຈ້ງ Non-Immigrant Visa  1 ປີ ຂອງບຸກຄົນຕ່າງໆ
DOCUMENT TO NOTIFY OF NON-IMMIGRANT VISA ONE’S A YEAR


ໝາຍເຫດ:     
ປັດຈຸບັນດ່ານສາກົນຈັງຫວັດຊຽງລາຍ-ແຂວງບໍ່ແກ້ວມີຢູ່ 2 ແຫ່ງຄື:
-    ດ່ານຫ້ວຍຊາຍ - ຊຽງຂອງ
-    ດ່ານເມືອງຕົ້ນເຜິ້ງ (ສາມຫຼ່ຽມທອງຄຳ) - ອຳເພີຊຽງແສນ

*    ເອກະສານປະກອບການແຈ້ງ Visa 90 ວັນ ຂອງບຸກຄົນຕ່າງໆ
   DOCUMENT TO NOTIFY VISA OF STAYING 90 DAYS

ການໄປແຈ້ງວີຊ່າ 90 ວັນ ນັ້ນ ແມ່ນບໍ່ຕ້ອງມີເອກະສານໃດແນບໄປດ້ວຍ ພຽງແຕ່ແຈ້ງ Passport ເພື່ອໃຫ້ເຈົ້າໜ້າທີ່ທາງ ຕ.ມ. ຮັບຮູ້ວ່າຕົນຍັງຢູ່ໃນປະເທດຖືກຕ້ອງຕາມກົດໝາຍ
ໝາຍເຫດ:   -ການແຈ້ງວີຊ່າ 90 ວັນ ແມ່ນບໍ່ມີຄ່າໃຊ້ຈ່າຍໃດທັ້ງສິ້ນ
- ຖ່າຍສຳເນົາເອກະສານPassport ໄປຍື່ນເຈົ້າໜ້າທີ່ ຕມ.ໃນອຳເພີທີ່ຕົນສັງກັດຢູ່

III.               ສະພາບລວມໂດຍຫຍໍ້ຂອງຊົມຣົມນັກສຶກສາສົງລາວຊຽງລາຍ

1)        ຄະນະບໍລິຫານງານຊົມຣົມນັກສຶກສາສົງລາວໄດ້ເຕົ້າໂຮມນໍາພາສະມາຊິກຈັດທໍາກິດຈະກຳຢູ່ສະເໝີ ເພື່ອສົ່ງເສີມທັກສະຄວາມຮູ້ນອກຫລັກສູດໃຫ້ມີປະສົບການຫລາຍຂື້ນ
2)       ຕິດຕໍ່ປະສານງານກັບວິທະຍາເຂດຕ່າງ ໆ ປະຊຸມຮ່ວມກັນປີລະ 1 ຄັ້ງຢ່າງໜ້ອຍ ເພື່ອຮ່ວມກັນວາງແຜນແກ້ໄຂບັນຫາທີ່ຂາດຕົກບົກພ່ອງຂອງນັກສຶກສາສົງລາວ, ບັນຫາໜັງສືເດີນທາງ, ບັນຫາການສຶກສາ ແລະບັນຫານັກສຶກສາສົງລາວເຂົ້າມາສຶກສາໃໝ່ ໂດຍທາງຄະນະກຳມະການບໍລິຫານຊົມຣົມນັກສຶກສາສົງລາວໄດ້ຮ່ວມກັນແກ້ໄຂບັນຫາເຫຼົ່ານັ້ນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຕາມກົດລະບຽບຂອງມະຫາວິທະຍາໄລແລະກົດໝາຍບ້ານເມືອງວາງອອກ
3)       ມີການຈັດລະບຽບແບບແຜນໂຄງຮ່າງການຈັດຕັ້ງການບໍລິຫານສ່ວນງານຂອງພຣະນິສິດນັກສຶກສາສົງລາວປະຈຳວິທະຍາໄລສົງຊຽງລາຍໃນປີ 2555-ປັດຈຸບັນ ກໍ່ໄດ້ມີການຈັດຕັ້ງແລະແບ່ງຫນ້າທີ່ຮັບຜິດຊອບຂອງພຣະເນນແຕ່ລະອົງ/ຕົນ ເພື່ອຊ່ວຍເຫຼືອຊຶ່ງກັນແລະກັນບໍ່ວ່າຈະເປັນການປະກອບເອກສານການສຶກສາ/ໜັງສືຜ່ານແດນແລະພາກສ່ວນກິດຈະກຳ ເປັນຕົ້ນ ພ້ອມກັນນັ້ນຍັງອຳນວຍຄວາມສະດວກໃຫ້ແກ່ພຣະສົງສຳມະເນນລຸ້ນນ້ອງທີ່ຕ້ອງການເຂົ້າມາສຶກສາຢູ່ວິທະຍາໄລສົງຊຽງລາຍໃນຕໍ່ໜ້າ
4)       ຊົມຣົມນັກສຶກສາສົງລາວ ປະຈຳວິທະຍາໄລສົງຊຽງລາຍ ໄດ້ນຳເອົາກົດລະບຽບຕ່າງ ໆ ຂອງຊົມຣົມນັກສຶກສາສົງລາວສ່ວນກາງແລະສ່ວນວິທະຍາເຂດຊຽງໃຫມ່ມາປັບປຸງໃຊ້ໃຫ້ສອດຄ່ອງກັບພາລະບົດບາດໜ້າທີ່ຂອງຊົມຣົມນັກສຶກສາສົງລາວຈັງຫວັດຊຽງລາຍ ຕາມຂັ້ນເທິງວາງອອກ ເພື່ອຄວາມເປັນລະບຽບຮຽບຮ້ອຍແລະເປັນເອກະພາບກັນ ເພື່ອໃຫ້ຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກແລະລັດ ເພື່ອເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນແລະກັນພາຍໃນໝູ່ຄະນະນັກສຶກສາກ່ຽວກັບຊີວິດການເປັນຢູ່ແລະເວລາພົບຂໍ້ຫຍຸ້ງຍາກຕ່າງ ໆ
5)       ຄະນະບໍລະຫານງານຊົມຣົມໄດ້ຊ່ວຍກັນເອົາໃຈໃສ່ດູແລແລະຄຸ້ມຄອງນັກສຶກສາສົງລາວ ທັ້ງເປັນພຣະສົງແລະສາມະເນນເພື່ອສ້າງຄວາມສາມັກຄີຮັກແພງແລະເປັນເອກະພາບຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍຍຶດໝັ້ນຕາມແນວທາງການປ່ຽນແປງໃໝ່ຂອງພັກລັດໃນດ້ານແນວຄິດການເມືອງ ໄດ້ເອົາໃຈໃສ່ເຜີຍແຜ່ສິ່ງທີ່ດີງາມວັດທະນະທຳລາວສູ່ສັງຄົມປະເທດອ້ອມຂ້າງແລະຕ່າງປະເທດຂະຫຍາຍມູນເຊື້ອອັນດີງາມແລະຄວາມຮັກປະເທດຊາດບ້ານເກີດເມືອງນອນຢ່າງບໍ່ຢຸດຢັ້ງ
6)       ສ້າງອຸດົມການແນວຄິດນັກສຶກສາສົງລາວທີ່ກຳລັງສຶກສາຢູ່ໃນປະເທດໄທໃຫ້ມີຄວາມສາມັກຄີມີລະບຽບວິໄນເອົາໃຈໃສ່ຕໍ່ການສຶກສາຮ່ຳຮຽນໃຫ້ຈົບຕາມຫຼັກສູດທີ່ທາງມະຫາວິທະຍາໄລໄດ້ກຳໜົດໄວ້ຫຼີກເວັ້ນປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນໝູ່ຄະນະອັນເປັນການສ້າງຄວາມແຕກແຍກ ສະກັດກັ້ນແນວຄິດທີ່ບໍ່ດີທີ່ເປັນຜົນຮ້າຍຕໍ່ໝູ່ຄະນະໂດຍລວມ

IV.  ດ້ານຜົນດີ

1)        ພຣະນິສິດນັກສຶກສາສົງລາວສ່ວນຫຼາຍມີຄວາມເສຍສະຫຼະ,ຊ່ວຍເຫຼືອໝູ່ເພື່ອນ, ມີຄວາມຮັກແພງສາມັກຄີກັນດີແລະມີຄວາມຂະຫຍັນໝັ່ນພຽນຕໍ່ການສຶກສາຮ່ຳຮຽນແລະປະຕິດບັດຕາມໜ້າທີ່ຂອງຕົນ
2)        ພຣະນິສິດນັກສຶກສາສົງລາວໄດ້ຮ່ວມກັນເອົາໃສ່ກິດຈະກຳເສີມທັກສະແລະປະສົບການໃຫ້ມີຄວາມກ້າວໜ້າຍິ່ງ ໆ ຂື້ນ ແລະມີການທອດຖອນບົດຮຽນນຳຄູບາອາຈານແລະເພື່ອນ ໆ ສະມາຊິກດ້ວຍກັນ

V.   ບັນຫາແລະອຸປະສັກ

1)        ການຕິດຕໍ່ພົວພັນກັບວິທະຍາເຂດຕ່າງໆ ເພື່ອຖອດຖອນບົດຮຽນແລະແລກປ່ຽນປະສົບການຍັງບໍ່ທົ່ວເຖິງເນື່ອງຈາກການເດີນທາງຮ່ວມກິດຈະກຳມີຄ່າໃຊ້ຈ່າຍຫຼາຍເພາະງົບປະມານບໍ່ພຽງພໍ
2)       ການບໍລິຫານງານຍັງບໍ່ເຂັ້ມແຂງເນື່ອງຈາກສະມາຊິກຕ່າງຄົນຍັງບໍ່ມີປະສົບການດ້ານບໍລິຫານງານຊົມຣົມ ພຣະນິສິດລາວຍັງຂາດຕໍ່ການເອົາໃຈໃສ່ໃນໜ້າທີ່ວຽກງານທີ່ຕົນໄດ້ຮັບມອບໝາຍ

VI.   ຜົນການເຄື່ອນໄຫວວຽກງານກິດຈະກຳທີ່ຜ່ານມາ

1.      ຄະນະນັກສຶກສາສົງລາວຊຽງລາຍໄດ້ເດີນທາງໄປຮ່ວມງານປະຊຸມກັບສະມາຄົມນັກສຶກສາສົງລາວຊຽງໃຫມ່
2.     ກິດຈະກຳຄະລະວະພຣະມະຫາເຖຣະເນື່ອງໃນວັນອອກພັນສາປະວາຣະນາ ຈັງຫວັດຊຽງລາຍ
3.     ກິດຈະກຳສຶກສາດູງານສວນໄຜ່ພໍພຽງຮ່ວມກັບວິທະຍາໄລສົງຊຽງລາຍ
4.     ກິດຈະກຳເຮັດບຸນເຂົ້າສະຫຼາກຮ່ວມກັບວິທະຍາໄລສົງຊຽງລາຍ
5.     ກິດຈະກຳສອນພາສາອັງກິດໃຫ້ພຣະນິສິດລຸ້ນນ້ອງເສີມທັກສະໃນການຮຽນມະຫາໄລ ຯ
6.     ກິດຈະກຳມອບເຄື່ອງອຸປະກອນໃຊ້ໃນໂຮງຮຽນປະຖົມສົມບູນຫ້ວຍທອງ ເມືອງປາກທາ ແຂວງບໍ່ແກ້ວ ປະເທດລາວ
7.     ກິດຈະກຳເຂົ້າຮ່ວມງານອາສາລະຫະບູຊາສຳພັນໄມຕຣີມິຕິພຣະພຸດທະສາສະໜາ ໄທ-ລາວ
8.     ກິດຈະກຳສາທະຍາຍພຣະໄຕຣປິດົກສຳພັນໄມຕຣີມິຕິພຣະພຸດທະສາສະໜາ ລະຫວ່າງ  ໄທ-ລາວ ໃນວັນອາສາລະຫະບູຊາ ທີ່ ວັດພຣະທາດຜາເງົາ ອ.ຊຽງແສນ ຈ.ຊຽງລາຍ
9.     ກິດຈະກຳຖວາຍຜ້າໄຕຣຈີວອນແລະທຽນພັນສາ ທີ່ ວັດຈອມເຂົາມະນີຣັດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະເທດລາວ
10.   ກິດຈະກຳແລ່ນເອກະສານວີຊ່າໃຫ້ພຣະນິສິດລຸ້ນນ້ອງທີ່ເຂົ້າມາຮຽນຢູ່ວິທະຍາໄລສົງຊຽງລາຍ
11.    ກິດຈະກຳສອນພາສາລາວໜຶ່ງໃນພາສາອາຊຽນ ທີ່ ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈູລາລົງກອນຣາຊວິທະຍາໄລ
12.   ກິດຈະກຳສອນພາສາອັງກິດແລະທັມມະໃຫ້ເດັກສູນສຶກສາພຸດທະສາສະໜາວັນອາທິດທີ່ວັດພຣະທາດຜາເງົາ ຕ.ວຽງ ອ.ຊຽງແສນ ຈ.ຊຽງລາຍ
13.   ກິດຈະກຳສະແດງຄວາມຍິນດີກັບລຸ້ນອ້າຍພຸດທະສາດບັນດິດລຸ້ນທີ່ 59 ວິທະຍາໄລສົງຊຽງລາຍ ມະຫາວິທະຍາໄລມະຫາຈະລາລົງກອນຣາຊວິທະຍາໄລ
14.   ກິດຈະກຳໄປຮ່ວມງານມະຫາກຳພາສາ ສາສະໜາ ແລະວັດທະນະທຳອາຊຽນ ທີ່ ຫໍປະຊຸມ ມວກ. 80 ພັນສາ ມຈຣ. ວັງນ້ອຍ ຈ.ອະຢຸດທະຍາ
15.   ກິດຈະກຳສະແດງມຸທິຕາຈິດທ່ານເຈົ້າຄຸນພຣະພຸດທິຍານມຸນີ ເຈົ້າອາວາດວັດພຣະທາດຜາເງົາ ອ.ຊຽງແສນ ຈ.ຊຽງລາຍ

VII.     ແຜນການພັດທະນາຊົມຣົມນັກສຶກສາສົງລາວຊຽງລາຍ

1.       ຈັດຕັ້ງລະບົບການບໍລິຫານງານຊົມຣົມໃຫ້ມີຄວາມສອດຄ່ອງກັບການບໍລິຫານງານຂອງສະມາຄົມລາວສູນກາງກຸງເທບແລະວິທະຍາເຂດຊຽງໃຫມ່ຢ່າງເປັນລະບົນ ມີແບບແຜນການດຳເນີນງານຢ່າງຖຶກຕ້ອງຕາມລະບຽບກົກໝາຍຂອງພັກແລະລັດວາງອອກເພື່ອໃຫ້ການເຄື່ອນໄຫວກິດຈະກຳນັກສຶກສົງລາວມີຄວາມສະດວກແລະວ່ອງໄວຫຼາຍຂື້ນ
2.     ຈັດຕັ້ງລະບົບການສື່ສານດ້ານຂໍ້ມູນອອນລາຍແລະສ້າງໜັງສືທັມມະເພື່ອນຳໄປອົບຮົມແລະເຜີຍແຜ່ໃຫ້ກັບເດັກແລະເຍົາວະຊົນລາວໄດ້ເຂົ້າໃຈກ່ຽວກັບພຣະພຸດທະສາສະນາຍິ່ງໆ ຂື້ນ
3.     ຊ່ວຍກັນສົ່ງເສີມໃຫ້ມີການຮຽນຮູ້ນອກຫລັກສູດ ເຊັ່ນ ອອກໄປສຶກສາດູງານຕາມສະຖານທີ່ຕ່າງ ໆ ຈັດກິດຈະກຳອັນເປັນອົງຄວາມຮູ້ແລະນຳປະສົບການມາປະຍຸກໃຊ້ໃຫ້ສອດຄ່ອງກັບບ້ານເມືອງເຮົາ

VIII.    ຂໍ້ສະເໜີຕໍ່ທາງວິທະຍາໄລສົງຊຽງລາຍ

1.      ຂໍໃຊ້ຫ້ອງແຜນແລະວັດຜົນເປັນທີ່ທຳງານຂອງຊົມຣົມ
2.     ຂໍຍື່ນສະເໜີຈົບປີ 4 ບໍ່ຕ້ອງລົງປະຕິບັດສາດສະນະກິດ
3.     ຂໍໃຫ້ຜູ້ອຳນວຍການຮັບຮອງເອົາຊົມຣົມນັກສຶກສາສົງລາວເຂົ້າສັງກັດໃນແຜນວິທະຍາໄລສົງຊຽງລາຍ
4.     ຂໍໃຊ້ຫ້ອງປະຊຸມວິທະຍາໄລສົງຊຽງລາຍເປັນທີ່ປະຊຸມຂອງນັກສຶກສາສົງລາວ

5.    ຂໍທືນຄ່າ non-imigrant visa ໃຫ້ພຣະນິສິດລາວທີ່ມາສຶກສາຢູ່ວິທະຍາໄລສົງຊຽງລາຍ